ເອກະລັກເຜົ່າ ເສົາຫຼັກເມືອງ ດິນແດງເຮືອງ ກະເຟໝາກແໜ່ງ ແຫຼ່ງພະລັງງານນ້ຳຕົກ ດິນດຳດົກແຮ່ທາດ ມີຄ້ອງປະຮາດຕີວົງ ສົ່ງສຽງແຄນແດນວິລະຊົນ

ທ່ານ ເຫຼັກໄຫລ ສີວິໄລ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ແຂວງເຊກອງ ເຂົ້າຢ້ຽມຄຳນັບ ທ່ານ ຟຸກເຕີນຫວຽດ

ໃນວັນທີ 30 ກໍລະກົດ 2015 ນີ້ ເວລາ 10:00 ທີ່ ຫ້ອງການສູນກາງບໍລິຫານ ນະຄອນດານັງ ສສ ຫວຽດນາມ , ທ່ານ ເຫຼັກໄຫລ ສີວິໄລ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ແຂວງ ເຊກອງ ເຂົ້າຢ້ຽມຄຳນັບ ທ່ານ ຟຸກເຕີນຫວຽດ ຮອງປະທານ ຄະນະ ກຳມາທິການ ປະຊາຊົນນະຄອນ ດານັງ, ທັງເປັນ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ທີ່ ນະຄອນດານັງ ສສ ຫວຽດນາມ ພ້ອມດ້ວຍຄະນະ ຢ່າງເປັນທາງການ .
ເຊິ່ງ ຟຸກເຕີນຫວຽດ ຮອງປະທານ ຄະນະກຳມາທິການ ປະຊາຊົນນະຄອນດານັງ, ທັງເປັນ ປະທານສະມາຄົມມິດຕະພາບ ໄດ້ຕ້ອນຮັບ ຢ່າງອົບອຸ່ນ ແລະ ສະແດງ ຄວາມຢື້ຢາມຖາມຂ່າວ, ມາຍັງ ຄະນະນຳແຂວງເຊກອງ ເຫັນໄດ້ເຖິງມູນເຊື້ອ ສາຍພົວພັນ ອັນສະໜິດແໜ້ນ ທີ່ສືບທອດກັນມາ ເປັນຕົ້ນແມ່ນການຊ່ວຍເຫຼືອທາງດ້ານ ໂຄງການ-ການຮ່ວມມື ໃນໄລຍະຜ່ານມາ ເປັນຕົ້ນ ແມ່ນທາງດ້ານກະສິກຳ, ການສຶກສາ ແລະ ຊ່ວຍເຫຼືອດ້ານອື່ນໆ.
ໃນນັ້ນ, ທ່ານ ຟຸກເຕີນຫວຽດ ຮອງປະທານຄະນະກຳມາທິການປະຊາຊົນ ນະຄອນດານັງ, ທັງເປັນປະທານ ສະມາຄົມ ມິດຕະພາບ ລາວ-ຫວຽດນາມ . ໄດ້ໃຫ້ຄຳໝັ້ນ ສັນຍາວ່າ ຈະຊ່ວຍຊຸກຍູ້ ບັນດາເສັ້ນທາງຄົມມະນາຄົມ ເປັນເສັ້ນທາງເສດຖະກິດ ເປັນຕົ້ນແມ່ນ ເສັ້ນທາງ 16 B, ດ່ານດາກຕະອອກ-ນາມຢາງ ເຂົ້າໄປຫາເມືອງແທັ່ງໝີ ແລະ ເຂົ້າສູ່ ນະຄອນດານັງ ອອກສູ່ທະເລ ຫວຽດນາມ ໃຫ້ໄດ້ສຳເລັດ ແລະ ສືບຕໍ່ ສາຍພົວພັນຮ່ວມມື ໃຫ້ແໜ້ນແຟ້ນຂື້ນກວ່າເກົ່າ ທ້າຍສຸດ ຄະນະຜູ້ແທນທັງສອງຝ່າຍ ກໍ່ໄດ້ ອວຍພອນເຊິ່ງກັນ ແລະ ກັນ ເວົ້າລວມ ປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ເວົ້າສະເພາະແມ່ນ ແຂວງເຊກອງ ສປປ ລາວ ແລະ ນະຄອນດານັງ ສສ ຫວຽດນາມ ອັນແໜ້ນແຟ້ນຍິ່ງໆຂື້ນໄປ.