ສະພາບເສດຖະກິດ ຂອງແຂວງ
ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ໂດຍຖືເອົາການພັດທະນາເສດຖະກິດ ເປັນໜ້າທີ່ໃຈກາງ, ໄດ້ປຸກ ລະດົມທົ່ວປວງຊົນເຂົ້າຮ່ວມ, ນຳໃຊ້ທ່າແຮງບົ່ມຊ້ອນ, ໂດຍສົມທົບກັບກຳລັງແຮງສັງລວມ ຈາກພາຍນອກເຂົ້າໃນການພັດທະນາ, ນຳໃຊ້ຊັບພະຍາກອນທຳມະຊາດເຊັ່ນ: ນຳໃຊ້ທີ່ດິນ, ປ່າໄມ້, ແຮ່ທາດ, ພະລັງງານ ແລະ ບໍ່ແຮ່ໃຫ້ກາຍເປັນເສົາຄ້ຳສຳຄັນຂອງການສະໜອງ ແລະ ສະສົມທືນ, ເຮັດໃຫ້ອັດຕາລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນ 13,9 %, ສາມາດສ້າງມູນຄ່າໃນລາຄາປະຈຸບັນໄດ້ 1.164 ຕື້ກີບ, ໃນນັ້ນ ຂະແໜງກະສິກຳເພີ່ມຂຶ້ນ 8,5 %, ຂະແໜງອຸດສາຫະກຳເພີ່ມຂຶ້ນ 22,0%, ຂະແໜງການບໍລິການເພີ່ມຂື້ນ 19,0 %, ເຮັດໃຫ້ລາຍໄດ້ GDP ສະເລ່ຍຕໍ່ຫົວຄົນບັນລຸໄດ້ 10,5 ລ້ານກີບ ຫຼື ເທົ່າກັບ 1.316 ໂດລາສະຫະລັດ ( ພົນລະເມືອງ 110.512 ຄົນ, ອັດຕາແລກປ່ຽນ 8.000 ກີບ/ 1 ໂດລາສະຫະລັດ ) 1. ວຽກພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ:
ເລັງໃສ່ການປັບປຸງຄວາມເຂັ້ມແຂງ ໃຫ້ຄະນະພັກຮາກຖານກຸ່ມບ້ານ ແລະ ບ້ານຢູ່ຈຸດສຸມພັດທະນາ, ເຂດທີ່ໝັ້ນການປະຕິວັດ ແລະ ບ້ານເຮັດທົດລອງວຽກງານ 3 ສ້າງ ຢ່າງແຂງແຮງ ເພື່ອເຮັດໃຫ້ຮາກຖານມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ. ໃນ 6 ເດືອນຕົ້ນປີນີ້ໄດ້ສືບຕໍ່ປະເມີນ, ປະກາດບ້ານພົ້ນທຸກໄດ້ 41 ບ້ານ, ໄດ້ຫຼຸດລົງຈາກ 133, ຍັງເຫຼືອ 92 ບ້ານ, ເທົ່າກັບ 46 %, ຄອບຄົວຄວາມທຸກຍາກຫຼຸດລົງໄດ້ 763 ຄອບຄົວ, ຈາກ 4.122 ຄອບຄົວ, ຍັງເຫຼືອ 3.449 ຄອບຄົວ, ເທົ່າກັບ 17,4 %, ສ້າງບ້ານພັດທະນາໄດ້ 11 ບ້ານ ລວມເປັນ 32 ບ້ານ, ສ້າງຄອບຄົວພັດທະນາໄດ້ 1.658 ຄອບຄົວ ລວມເປັນ 12.799 ຄອບຄົວ, ລື່ນແຜນການປີ 8,14%, ຍົກຍ້າຍ ແລະ ຈັດສັນບ້ານໄດ້ 2 ບ້ານ, ໄດ້ສຸມໃສ່ເກັບກູ້ລະເບີດ 54 ຈຸດສຸມຂອງທ້ອງຖິ່ນ ແລະ 9 ຈຸດສຸມຈັດສັນ ສາມາດກວດກູ້ໃນເນື້ອທີ່ທັງໝົດໄດ້ 63 ເຮັກຕາ, ນອກນັ້ນ ຍັງໄດ້ໂຄສະນາເຜີ່ຍແຜ່ຜົນຮ້າຍຂອງລູກລະເບີດໄດ້ 24 ບ້ານ. 2. ວຽກກະສິກຳ-ປ່າໄມ້:
ໃນປີນີ້ຊາວກະສີກອນມີຄວາມຈູບຈ້າວຫ້າວຫັນ ເຮັດການຜະລິດແບບຈຸດສູມ, ໂດຍສະເພາະແມ່ນກຸ່ມຜະລິດເຂົ້າ, ປູກໝາກໂມ, ກຸ່ມບ້ານດ່ານ-ດອນຈັນ, ຂະບວນການປູກພືດເປັນສິນຄ້າຂອງບ້ານກົງຕາຢູນ, ຫົວເຊ, ໜອງກັນ, ດອນຊາ, ຫຼັກຂາວ,ຈຸນລາ ເມືອງທ່າແຕງ ແລະ ເມືອງດາກ ຈຶງຈຳນວນໜຶ່ງ. ປີນີ້ມີເນື້ອທີ່ປູກເຂົ້າທັງໝົດ 10.681 ເຮັກຕາ, ເກັບກູ້ຜົນຜະລິດເຂົ້າໄດ້ 39.490 ໂຕນ, ສະເລ່ຍ 340 ກິໂລກຼາມ/ຄົນ/ປີ ຂຶ້ນໄປ, ການປູກພືດເປັນສີນຄ້າແມ່ນ ເປັນຂະບວນຟົດຟື້ນກວ້າງຂວາງ, ມີເນື້ອທີ່ທັງໝົດ 874 ເຮັກຕາ, ຜົນຜະລິດ 13.497 ໂຕນ, ສາລີຜະລິດອາຫານສັດ ເນື້ອທີ່ 1.360 ເຮັກຕາ, ຜົນຜະລິດ ໄດ້ 11.261 ໂຕນ, ເຜືອກ-ມັນໄດ້ 1.016 ເຮັກຕາ, ຜົນຜະລິດໄດ້ 9.839 ໂຕນ, ພືດຜັກຕ່າງໆ 698 ເຮັກຕາ, ຜົນຜະລິດ 4.679ໂຕນ. ຂະຫຍາຍສັດ ລ້ຽງບັນລຸຕາມ ຄາດໝາຍທີ່ວາງໄວ້ຄື: ງົວ, ຄວາຍ, ແບ້, ໝູ ແລະ ສັດປີກ; ຜະລິດຊີ້ນ-ປາ ແລະ ໄຂ່ໄດ້ທັງໝົດ 6.402 ໂຕນ, ສະເລ່ຍ 50 ກິໂລກຼາມ/ຄົນ/ປີ. ເກັບກູ້ຜົນຜະລິດກາເຟໃນເນື້ອທີ່ 9.319 ເຮັກ ຕາ, ຜົນຜະລິດ 26.749 ໂຕນ, ຖົ່ວດິນ 290 ເຮັກຕາ, ຜົນຜະລິດ 364 ໂຕນ,ຖົ່ວເຫຼືອງ 94 ເຮັກຕາ, ຜົນຜະລິດ 119ໂຕນ, ເດັ່ນກວ່າໝູ່ມາຮອດປັດຈຸບັນ ແມ່ນການປູກຢາງພາລາ ມີເນື້ອທີ່ທັງໝົດ 8.109 ເຮັກຕາ ສາມາດກີດຢາງໄດ້ 2.248 ເຮັກຕາ ຜົນຜະລິດໄດ້ 1.071ໂຕນ. 3. ວຽກອຸດສາຫະກຳ-ການຄ້າ:
ເອົາໃຈໃສ່ສົ່ງເສີມຈັດງານຕະຫຼາດນັດ, ວາງສະແດງສິນຄ້າ, ລົງສຳຫຼວດໂຄງການໜຶ່ງເມືອງ ໜຶ່ງຜະລິດຕະພັນ ( ODOP2 ) , ຕິດຕາມ-ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ, ສິນຄ້າຂາຍຍົກ-ຂາຍຍ່ອຍ, ນ້ຳມັນເຊື້ອໄຟໃຫ້ສອດຄ່ອງ ກັບລະບຽບຫຼັກການ. ເຄື່ອນໄຫວກວດກາເປັນປົກກະຕິ, ເພື່ອປົກປ້ອງຜູ້ບໍລິໂພກ, ສົ່ງເສີມຜູ້ຜະລິດ, ຕ້ານ ແລະ ສະກັດກັ້ນ ການດຳເນີນທຸລະກິດທີ່ບໍ່ສອດຄ່ອງ ກັບລະບຽບກົດໝາຍຄຸ້ມຄອງ ແລະ ຕິດຕາມການນຳເຂົ້າວັດຖຸດິບເພື່ອມາປຸງແຕ່ງ ແລະ ສົ່ງອອກຂອງໂຮງງານຜະລິດຕະພັນນຳເຂົ້າບັນລຸໄດ້ 105.156 ໂດລາ, ສົ່ງອອກບັນລຸໄດ້ 9,4 ລ້ານໂດລາ. 4. ວຽກພະລັງານ-ບໍ່ແຮ່:
ໄດ້ສຸມໃສ່ການກໍ່ສ້າງ, ຂະຫຍາຍຕາຂ່າຍໄຟຟ້າຢູ່ຕົວເມືອງ, ຊົນນະບົດ ແລະ ຈຸດສຸມພັດທະນາ ເຮັດໃຫ້ອັດຕາການຊົມໃຊ້ໄຟຟ້າເພີ່ມຂຶ້ນ 66,75% ຂອງຈຳນວນບ້ານທັງໝົດທົ່ວແຂວງ, ຄອບຄົວໄດ້ນຳໃຊ້ໄຟຟ້າທັງໝົດ 11.207 ຄອບຄົວ ເທົ່າກັບ 65,94%. ໄດ້ກໍສ້າງຕາຂ່າຍໄຟຟ້າ 22kv;0,4kv 19 ບ້ານ ຢູ່ເຂດຊົນນະບົດ ຂອງເມືອງກະລຶມ ແລະ ດາກຈຶງ ສຳເລັດ 30%. ນອກນີ້ ຍັງໄດ້ສຳຫຼວດເພື່ອຂະຫຍາຍຕາຂ່າຍໄຟຟ້າ ແລະ ຕິດຕັ້ງໝໍ້ແປງ ຢູ່ເຂດບ້ານທົ່ງແຄນ ເມືອງກະລຶມ ແລະ ໄດ້ເຊັນບົດບັນທຶກຊ່ວຍຈຳ ມີ 2 ໂຄງການ, ເຊັນສັນຍາ ພັດທະນາໂຄງການກໍ່ສ້າງເຂື່ອນໄຟຟ້າ 15 ເມກາວັດລົງມາໄດ້ 3 ໂຄງການ. ສຳເລັດການສຳຫຼວດຕາຂ່າຍໄຟຟ້າ 22kv;0,4kv ແລະ ຕິດຕັ້ງໝໍ້ແປງຢູ່ 8 ບ້ານເຂດຊົນນະບົດ ຂອງເມືອງກະລຶມ. ຕໍ່ທະບຽນອະນຸຍາດຂຸດຄົ້ນຫີນພູກໍ່ສ້າງ, ຂຸດຄົ້ນດີນໜຽວ, ແລະ ລົງກວດກາບັນດາຫົວໜ່ວຍຂຸດຄົ້້ນດີນໜຽວຜະລິດດີນຈີ່, ຂຸດຄົ້ນຫີນພູກໍ່ສ້າງຢູ່ເມືອງທ່າແຕງ ແລະ ເມືອງລະມາມ. 5. ວຽກໂຍທາທິການ ແລະ ຂົນສົ່ງ:
ເອົາໃຈໃສ່ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ ດ້ານໂຍທາທິການ ແລະຂົນສົ່ງ ເປັນຕົ້ນແມ່ນ; ການຊອກຫາແຫຼ່ງທຶນມາພັດທະນາຢູ່ເຂດຊົນນະບົດ ແລະ ຕົວເມືອງ, ໂຄງ ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງແຂວງ, ທາງຫຼວງເມືອງ ແລະ ທາງເຂດຊົນນະບົດ ຫ່າງໄກສອກ ຫຼີກ ຮອດປັດຈຸບັນທົ່ວແຂວງມີເສັ້ນທາງໄປໄດ້ເຖິງ 206 ບ້ານ ໃນນັ້ນ; ໄປໄດ້ 2 ລະດູມີ 156 ບ້ານ, ໄປໄດ້ລະດູດຽວມີ 50 ບ້ານ, ບ້ານທີ່ບໍ່ມີເສັ້ນທາງເຂົ້າເຖິງມີ 19 ບ້ານ. ນອກນັ້ນ ຍັງໄດ້ເລັງໃສ່ການກໍ່ສ້າງທາງແຕ່ແຂວງ ຫາ ເມືອງກະລຶມໃໝ່, ແຕ່ບ້ານໂພນ ຫາ ບ້ານແບ່ງ ແລະ ເສັ້ນທາງສາຍຫລັກຢູ່ເທດສະບານແຂວງ. ໃນ 6 ເດືອນຕົ້ນປີນີ້ ໄດ້ກໍ່ສ້າງເສັ້ນທາງທັງໝົດ 28 ໂຄງການ ສຳເລັດແລ້ວ 70% ທຽບໃສ່ແຜນການປີ. ສ້າງແຜນຜັງບ້ານທົ່ງແຄນ ສຳເລັດ 90% ແລະ ສຳຫລວດ-ອອກແບບ ວາງແຜນຜັງເມືອງ ຟາກນໍ້າເຊກອງສຳເລັດ 100%. 6. ວຽກໄປສະນີ, ໂທລະຄົມມະນາຄົມ ແລະ ສື່ສານ:
ໄດ້ຄຸ້ມຄອງຜູ້ໃຫ້ບໍລິການດ້ານໄປສະນີ, ໂທ ລະຄົມມະນາຄົມ ແລະ ບັນດາລັດວິສາຫະກິດທີ່ດຳເນີນທຸລະກິດດັ່ງກ່າວຢ່າງປົກກະຕິ. ໃນ 06 ເດືອນຕົ້ນສົກປີນີ້ ໄດ້ຊຸກຍູ້ຜູ້ໃຫ້ບໍລິການໄປສະນີໂທລະຄົມຂະຫຍາຍເຄືອຂ່າຍຂອງຕົນ ອອກສູ່ຊົນນະບົດເພື່ອຮັບໃຊ້ສັງຄົມ, ຂຶ້ນທະ ບຽນໂທລະສັບຕັ້ງໂຕະ ແລະ ມືຖືໄດ້ 54.615 ເລກໝາຍ, ສືບຕໍ່ຂະຫຍາຍ 5.000 ເລກໝາຍ, ຮອດປັດຈຸບັນ ການບໍລິການດ້ານໄປສະນີ, ໂທລະຄົມມະນາຄົມໄດ້ກວມເອົາ 80% ຂອງພື້ນທີ່ທົ່ວແຂວງ. 7. ວຽກການລົງທຶນຂອງລັດ:
ໃນສົກປີ 2013-2014 ນີ້ສະພາແຫ່ງຊາດໄດ້ອະນຸມັດ ໂຄງການລົງທຶນຂອງລັດ (ແຜນປົກກະຕິ) ລວມທັງໝົດ 162 ໂຄງການ, ມູນຄ່າລວມ 101,2 ຕື້ກີບ. ໃນນັ້ນ; ທຶນພາຍໃນ 78,5 ຕື້ກີບ ແລະ ທຶນຕ່າງປະເທດ 22,7 ຕື້ີກີິບ, ໃນ 6 ເດືອນຕົ້ນປີນີ້ ສາມາດຈັດຕັ້ງປະຕິບັດໄດ້ 60 ໂຄງການເປັນມູນຄ່າ 39,6 ຕື້ກີບ ເທົ່າກັບ 50,49%. ນອກນັ້ນ ຍັງມີທຶນຈາກກອງທຶນຫຼຸດຜ່ອນຄວາມທຸກຍາກ ຈຳນວນ 21 ໂຄງການ, ເປັນມູນຄ່າ 5,072 ຕື້ກີບ ສາມາດຈັດຕັ້ງປະຕິບັດໄດ້ 35%. 8. ວຽກການເງິນ:
ໃນ 6 ເດືອນຕົ້ນປີນີ້ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 23,4 ຕື້ກີບເທົ່າກັບ 42,59% ທຽບໃສ່ແຜນການປີ ແລະ ຄຸ້ມຄອງລາຍຈ່າຍປະຕິບັດໄດ້ 66,2 ຕື້ກີບ ເທົ່າກັບ 22,59% ຍັງຂາດດຸ່ນ 42,8 ຕື້ກີບ. 9. ວຽກທະນາຄານ:
ໃນ 6 ເດືອນຕົ້ນປີ ສາມາດລະດົມເງິນຝາກເຂົ້າທະນາຄານໄດ້ 320,89 ຕື້ກີບ ເທົ່າກັບ 87,91% ຂອງແຜນການປີ ( ແຜນ 365 ຕື້ກີບ ) ຫຼຸດລົງ 11,37% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ກວມເອົາ 27,56% ຂອງ GDP; ສາມາດປ່ອຍສິນເຊື່ອໄດ້ 487,99 ຕື້ກີບ; ລື່ນແຜນການ 8,44% (ແຜນ 450 ຕື້ກີບ) ເພີ່ມຂຶ້ນ 14,65% ທຽບໃສ່ ໄລຍະດຽວກັນຂອງປີຜ່ານມາກວມເອົາ 41,92% ຂອງ GDP. 10. ວຽກວິທະຍາສາດ ແລະ ເຕັກໂນໂລຊີ:
ໄດ້ຍົກລະດັບດ້ານການບໍລິການກວດທຽບ, ປັບປຸງ ແລະ ກໍານົດລະບົບບໍລິການຕາມກົດ ໝາຍວ່າດ້ວຍມາດຕະຖານ ແລະ ກົດໝາຍວັດແທກ. ເພື່ອໃຫ້ມີຄວາມຍຸຕິທຳ ລະຫ່ວາງ ຜູ້ຈຳໜ່າຍ ແລະ ຜູ້ຊົມໃຊ້ສ້າງຄວາມເພິ່ງພໍໃຈໃຫ້ແກ່ຜູ້ນຳໃຊ້ບໍລິການ. ໃນ 6 ເດືອນຕົ້ນປີ ໄດ້ກວດທຽບປ້ຳ ນ້ຳມັນເຊື້ອໄຟໄດ້ 8 ປ້ຳ ມີ 48 ຫົວຈ່າຍ, ໄດ້ກວດກາປ້ຳຈຳໜ່າຍນ້ຳມັນເຊື້ອໄຟໄດ້ 14 ປ້ຳ, ມີ 52 ຫົວຈ່າຍ, ຄຸ້ມຄອງໝໍ້ນັບໄຟຟ້າໄດ້ 1.501 ໜ່ວຍ, ຄຸ້ມຄອງໝໍ້ແທກນ້ຳປະປາໄດ້ 465 ໜ່ວຍ, ສາມາດສ້າງລາຍຮັບໄດ້ 3.608.000 ກີບ ແລະ ມອມພັນທະເຂົ້າງົບປະມານໄດ້ 2.229.000 ກີບ ທຽບໃສ່ແຜນການປີປະຕິບັດໄດ້ 63,7%. 11. ວຽກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ:
ໄດ້ສຸມໃສ່ການສຶກສາຜົນກະທົບຕໍ່ສິ່ງແວດລ້ອມ, ຄຸ້ມຄອງ, ຈັດສັນ ແລະ ພັດທະນາທີ່ດິນ, ຄຸ້ມຄອງຊັບ ພະຍາກອນປ່າໄມ້, ຊັບພະຍາກອນນ້ຳ, ທໍລະນີສາດ ແລະ ແຮ່ທາດຢ່າງຕັ້ງໜ້າ ເຮັດໃຫ້ວຽກງານດັ່ງກ່າວມີຜົນສຳເລັດຫຼາຍດ້ານຄື: ສຳເລັດຈັດສັນເນື້ອທີ່ດິນຈຸລະພາກ 6 ບ້ານ 3 ສ້າງ, ມີເນື້ອທີ່ດິນທັງໝົດ 180 ຕອນ ທຽບໃສ່ແຜນ ການປີເທົ່າກັບ 5,14%, ກຳນົດຫລັກໝາຍເຊື່ອມຕໍ່ ເມືອງດາກຈຶງໄດ້ 10 ຫຼັກ , ສ້າງລະບຽບການຄຸ້ມຄອງເຊື່ອມຕໍ່ 25 ບ້ານ, ໄດ້ເອົາໃຈໃສ່ຕິດຕາມ, ເກັບກຳຂໍ້ມູນ, ເຝົ້າລະວັງການປ່ຽນແປງຂອງດິນຟ້າອາກາດ, ອອກຂ່າວ ແຈ້ງເຕືອນທາງວິທະຍຸ-ໂທລະພາບ ແລະ ສື່ຕ່າງໆ ເຮັດໃຫ້ປະຊາຊົນຮັບຮູ້ຂໍ້ມູນຂ່າວສານ ຢ່າງເປັນປົກກະຕິ.