ເອກະລັກເຜົ່າ ເສົາຫຼັກເມືອງ ດິນແດງເຮືອງ ກະເຟໝາກແໜ່ງ ແຫຼ່ງພະລັງງານນ້ຳຕົກ ດິນດຳດົກແຮ່ທາດ ມີຄ້ອງປະຮາດຕີວົງ ສົ່ງສຽງແຄນແດນວິລະຊົນ

ວັດ​ທະ​ນະ​ທຳ-ສັງ​ຄົ​ມ

- ຂະຫຍາຍພື້ນຖານໂຄງລ່າງ ດ້ານການສຶກສາ, ປັບປຸງຍົກລະດັບການຮຽນ ການສອນ ໃຫ້ສອດຄ່ອງຕາມ 3 ແຜນງານໃຫຍ່ ຂອງກະຊວງສຶກສາທິການ ແລະ ກິລາວາງອອກ. ໃນສົກຮຽນນີ້ ໄດ້ເປີດການຮຽນການສອນ ທັງໝົດ 283 ແຫ່ງ, ມີນັກຮຽນສາມັນ ແລະ ອະນຸບານ ທັງໝົດ 36.401 ຄົນ, ຍັງ 17.587 ຄົນ ຜ່ານການຮຽນການສອນ ໃຫ້ມີຜົນສຳເລັດດັ່ງນີ້: ອັດຕາການເຂົ້າຮຽນຊັ້ນປະຖົມ ບັນລຸໄດ້ 97,1% , ຊັນມັດທະຍົມບັນລຸໄດ້ 69,76% ຊັ້ນມັດທະຍົມປາຍ ແລະ ວິຊາຊີບບັນລຸໄດ້ 33,44%.ຮອດປະຈຸບັນ ສາມາດລົບລ້າງ ຄວາມບໍ່ຮູ້ໜັງສື ຂອງປະຊາກອນຢູ່ໃນກຸ່ມອາຍຸແຕ່ 15 - 24 ປີ ເທົ່າກັບ 96,1%, 25-4 ປີ ເທົ່າກັບ 98 , 7% ແລະ ກຸ່ມອາຍຸແຕ່ 41 ປີຂື້ນໄປ ເທົ່າກັບ 96,4%.
- ດ້ານກິລາ : ໄດ້ສຳເລັດຈັດການແຂ່ງຂັນ ກິລານັກຮຽນທົ່ວແຂວງຄັ້ງທີ 3 ຂື້ນທີ່ເມືອງທ່າແຕງເປັນເຈົ້າພາບ ແລະ ໄດ້ຈັດສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນ ກິລາພື້ນເມືອງທົ່ວປະເທດ ຄັ້ງທີ 9 ທີ່ແຂວງໄຊຍະບູລີ ຜົນການແຂ່ງຂັນ ສາມາດຍາດໄດ້ 11 ຫຼຽນ , 2 ຫຼຽນຄຳ , 4 ຫຼຽນເງິນ, 5 ຫຼຽນທອງແດງ ແລະ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ກິລາມັດທະຍົມ ທົ່ວປະເທດຄັ້ງທີ 5 ທີ່ແຂວງຈຳປາສັກ ເປັນເຈົ້າພາບ ສາມາດຍາດໄດ້ 2 ຫຼຽນທອງ.
- ວຽກງານສາທາລະນະສຸກ: ໄດ້ປັບປຸງການຍົກລະດັບ ການບໍລິການໄປຄຽງຄູ່ກັບ ການຍົກລະດັບວິຊາການ ແພດ - ໝໍ, ຂະຫຍາຍຕາໜ່າງ ສາທາລະນະສຸກ ລົງສູ່ຮາກຖານຕົວຈິງ ເຮັດໃຫ້ປະຊາຊົນ ໄດ້ຮັບການບໍລິການເພີ່ມຂື້ນ ແລະ ມີຄຸນນະພາບເພີ່ມຂື້ນ. ໂຄສະນາສຸຂະສຶກສາ, ເຝົ້າລະວັງ ແລະ ສະກັດກັ້ນການລະບາດ ຂອງພະຍາດໄຂ້ຍຸງລາຍ, ໄຂ້ເລືອດອອກ, ພະຍາດຖອກທ້ອງ, ຈາກນັ້ນໄດ້ຂະຫຍາຍ ຖົງຢາປະຈຳບ້ານ, ຫັນພະນັກງານລົງຮາກຖານ ໂຄສະນາສຸຂະສຶກສາ, ວາງແຜນຄອບຄົວ, ການປິ່ນປົວບໍ່ເສຍຄ່າ, ບໍລິການດ້ານຕ່າງໆ ຢ່າງເປັນຂະບວານ ແລະ ມີທ່າອ່ຽງດີຂື້ນເລື້ອຍໆ. ເຮັດໃຫ້ອັດຕາການຕາຍຂອງແມ່ ແລະ ເດັກ ກໍ່ຄືພະຍາດລະບາດຕ່າງໆຫຼຸດນ້ອຍຖອຍລົງ ໃນທົວແຂວງມີໂຮງໝໍທັງໝົດ 5 ແຫ່ງ ລວມທັງໂຮງໝໍທະຫານ 1 ແຫ່ງ, ສຸກສາລາ 23 ແຫ່ງ ແລະ ສຸກສາລາທີ່ມີການເຄື່ອນໄຫວ 21 ແຫ່ງ.
- ວຽກງານຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ: ໄດ້ເອົາໃຈໃສ່ປົກປັກຮັກສາ ເສີມຂະຫຍາຍມູນເຊື້ອ ສິນລະປະວັດທະນະທຳ, ຮີດຄອງປະເພນີອັນດີງາມ ຂອງບັນດາເຜົ່າ, ໃນ 6 ເດືອນຜ່ານມາໄດ້ ຮັບຮອງບ້ານວັດທະນາທຳຈຳນວນ : 15 ບ້ານ, ໄດ້ຈັດພິທີປະກາດບ້ານວັດທະນາມຳແລ້ວ 5 ບ້ານ ແລະ ມີຄອບຄົວວັດທະນະທຳ 2.240 ຄອບຄົວ. ໄດ້ປັບປຸງ ລະບົບສື່ມວນຊົນ, ອຸປະກອນ ໃຫ້ມີຄວາມທັນສະໃໝ, ໄດ້ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ສະໜອງຂໍ້ມູນຂ່າວສານ ໃຫ້ແກ່ສັງຄົມ, ທາງໂທລະໂຄ່ງຂອງແຂວງ ແລະ4ຕົວເມືອງ, ອອກຂ່າວທາງວິທະຍຸ - ໂທລະພາບ. ໃດ້ສຸມໃສ່ທຸກທ່າແຮງບົ່ມຊ້ອນ, ໂດຍເລັ່ງໃສ່ສຳຫຼວດ ແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ປັບປຸງຍົກລະດັບໂຮງແຮມ, ເຮືອນພັກ, ປັກຫຼັກໝາຍເຂດສະຫງວນ ແຫຼ່ງທ່ອງທຽວພາຍໃນແຂວງ, ຈັດພິມແຜ່ນພັບໂຄສະນາ ການທ່ອງທ່ຽວ ຢູ່ກອງປະຊຸມ CLV ເຮັດໃຫ້ແຂວງຂອງພວກເຮົາ ມີຄວາມສົນໃຈ ຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຫຼາຍຂື້ນ
- ວຽກງານແຮງງານ ແລະ ສະຫວັດດີການສັງຄົມ - ກາແດງ ຈັດສັນວຽກເຮັດງານທຳ ໃຫ້ແກ່ຜູ້ອອກແຮງງານ, ປົກປ້ອງແຮງງານ ໂດຍການເຮັດສັນຍາແຮງງານ ລະຫວ່າງ ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດທີ່ທຳມາຫາກິນ ຢູ່ພາຍໃນແຂວງທີ່ຖືກກົດໝາຍ ແລະ ທຳມາຫາກິນທີ່ຜິດກົດໝາຍ ໃຫ້ເຂົ້າສູ່ລະບຽບການ, ພ້ອມນັ້ນກໍ່ຄຸ້ມຄອງແຮງງານ ທີ່ໄປອອກແຮງງານຢູ່ຕ່າງປະເທດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ໄດ້ຂື້ນທະບຽນອອກບັດຊົ່ວຄາວ, ຕໍ່ບັດອະນຸຍາດອອກແຮງງານ ໃຫ້ແຮງານຕ່າງປະເທດ, ໄດ້ຝຶກອົບຮົມວິຊາຊີບຕ່າງໆ ໃຫ້ກຳລັງແຮງງານຈຳນວນ : 162 ຄົນ, ຍິງ 108 ຄົນ, ຂື້ນທະບຽນປະກັນສຸຂະພາບ ແລະ ເຮັດບັດປະກັນສຸຂະພາບ
ໄດ້ສະເໜີກົມບຳນານ, ອົງຄະ ແລະ ພິການ ເພື່ອພິຈາລະນາປະຕິບັດນະໂຍບາຍ ໃຫ້ແຕ່ລະເປົ້າໝາຍຄື : ເງິນນະໂຍບາຍປ່ຽນແທນໂກຕາລົດ ຈຳນວນ 2 ທ່ານ, ອຸດໜູນເສຍສະຫຼະຊີວິດໃນປາງສົງຄາມ ຈຳນວນ: 654 ທ່ານ ,ອຸດໜູນເທື່ອດຽວຜູ້ມີຊີວິດ ຈຳນວນ: 199 ທ່ານ.
- ກາແດງ : ໄດ້ເອົາໃຈໃສ່ປຸກລະດົມ ວຽກຈັດຫາເລືອດ ໂດຍໄດ້ຮັບທຶນສະໜັບສະໜູນ ຈາກກາແດງ ປະເທດເຢຍລະມັນ ມູນຄ່າ 50.000 ຢູໂຣ, ລົດຕູ້ 1 ຄັນ, ອຸປະກອນການແພດ ອຸປະກອນຮັບໃຊ້ຫ້ອງການມູນຄ່າ: 27,668,33$ , ເອົາໃຈໃສ່ຊຸກຍູ້, ຕິດຕາມກອງທຶນສຸຂະພາບສຳລັບຜູ້ທຸກຍາກ ກສທ-ກມດ ແລະ ເດັກນ້ອຍອາຍຸ 5 ປີ ໄດ້ຮັບບໍລິການ, ເອົາໃຈໃສ່ຕິດຕາມການກໍ່ສ້າງນໍ້າລິນ ກຸ່ມບ້ານຊຽງຫຼວງ ແລະ ບ້ານດາກດືໍຶມ ຊຶ່ງໄດ້ຮັບທຶນຊ່ວຍເຫຼືອ ຂອງລັດຖະບານ ຈຳນວນ : 2,3 ຕື້ກີບ, ການກໍ່ສ້າງສຳເລັດ 100% ສາມາດສະໜອງນໍ້າໄດ້ 18 ກ໋ອກ.