ເອກະລັກເຜົ່າ ເສົາຫຼັກເມືອງ ດິນແດງເຮືອງ ກະເຟໝາກແໜ່ງ ແຫຼ່ງພະລັງງານນ້ຳຕົກ ດິນດຳດົກແຮ່ທາດ ມີຄ້ອງປະຮາດຕີວົງ ສົ່ງສຽງແຄນແດນວິລະຊົນ

ປະ​ຫວັດ​ຂອງ​ແຂວງ ເຊກອງ

ແຕ່ປີ 1945 ໃນເວລານັ້ນ ກໍ່ມີຮູບຮ່າງໜ່ໍແໜງ ກໍ່ສ້າງເຂດທີ່ໝັ້ນ ການປະຕິວັດຢູ່ ເມືອງ ດາກຈຶງ ໃນໄລຍະນັ້ນ ສະຫະເມືອງ ຕາເວັນອອກ ມີ 6 ເມືອງ ຄື: ເມືອງດາກຈຶງ, ເມືອງເຊກອງໃຕ້, ເມືອງເຊກອງເໜືອ, ເມືອງຕະໂອຍ , ເມືອງວຽງທອງ ແລະ ເມືອງສານໄຊ. ໃນສະໄໝ ຈັກກະພັດສັກດີນາລ່າເມືອງຂື້ນຝະລັງ. ການຕໍ່ສູ້ທາງການ ເມືອງແມ່ນຊອບທຳ ແລະ ບໍ່ຜິດກົດໝາຍ.

ສູນກາງພັກຕົກ ລົງໃຫ້ຕັ້ງເປັນສະຫະເມືອງ ເພື່ອວາງແຜນການຕໍ່ສູ້ທາງດ້ານ ການເມືອງໂດຍ ອີງໃສ່ສັນຍາເຊີແນວເປັນຫຼັກ , ໄດ້ເຄື່ອນໄຫວປຸກລະດົມ ຄວາມສາມັກຄີ ບັນດາເຜົ່າເປັນກົກ. ຜ່ານໄລຍະ 13 ປີ ປະຊາຊົນຕໍ່ສູ້ດ້ວຍຮູບການປະທ້ວງ ເພື່ອໃຫ້ແກ້ໄຂທາງດ້ານຊີວິດການເປັນຢູ່ທຸກຢ່າງ ພ້ອມກັນນັ້ນເຮັດໃບຮ້ອງທຸກ ແປະໂປ້ຍືນໃຫ້ເຈົ້ານາຍ, ບໍ່ໃຫ້ປາບປາມຈັບກຸມ ແລະ ບໍ່ໃຫ້ຄົນລາວຂ້າພັນລັນແທງຄົນລາວດ້ວຍກັນ.
ວັນທີ 28/8/1961ສູນກາງພັກຕົກລົງສ້າງຕັ້ງເປັນແຂວງຕາເວັນອອກແລະອະນຸມັດເປີດກອງປະຊຸມ ໃຫ່ຍ ຄັ້ງທີ I ໄດ້ໄຂຂື້ນ   ໃນສະໄໝນີ້ມີຄະນະບໍລິຫານງານພັກແຂວງ 7 ສ/ຫ. ໂດຍແມ່ນ ສະຫາຍ  ບົວລາງ  ບົວລະພາ ເປັນເລຂາ ຄະນະບໍລິຫານງານພັກແຂວງ. ມີສະມາຊິກພັກພຽງ ແຕ່ 163 ສ/ຫ
ວັນທີ 23/ 9/ 1963 ກອງປະຊຸມໃຫຍ່ ຄັ້ງທີ II ໄດ້ໄຂຂຶ້ນຢ່າງເປັນທາງການ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ສ/ຫ ບົວລາງ  ບົວລະພາ ເປັນເລຂາຄະນະບໍລິຫານງານ ພັກແຂວງ. ໃນສະໄໝນີ້ມີຄະນະບໍລິຫານງານພັກແຂວງ 15 ສ/ຫ ຍິງ 1 ສ/ຫ.ສະມາຊິກພັກໄດ້ ເພີ່ມຂື້ນເປັນ 1.112 ສ/ຫ.
ວັນທີ 6/1/1970 ກອງປະຊຸມໃຫຍ່ຄັ້ງທີ III ໄດ້ໄຂຂຶ້ນ ແລະໄດ້ປ່ອນບັດຄັດເລືອກເອົາ ສະຫາຍ ບົວລາງ ບົວລະພາ ເປັນເລຂາຄະນະບໍລິຫານງານພັກແຂວງເປັນສະໄໝທີ III. ໃນສະໄໝນີ້ມີ ຄະນະບໍລິຫານງານ ພັກແຂວງ 17 ສະຫາຍ.ຍິງ 1 ສະຫາຍ ໄລຍະນີ້ມີສະມາຊິກພັກທັງໝົດ 1.700 ສະຫາຍ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ໃນປີ 1975 ແຂວງຕາເວັນອອກໄດ້ຮັບການຍ້ອງຍໍຈາກສູນກາງພັກດັ່ງນີ້: ໄດ້ຮັບຫຼຽນໄຊອິດ ສະຫຼະ ຊັ້ນ 1 .ໄດ້ຮັບນາມມະຍົດເປັນແຂວງວິລະຊົນ.ເມືອງດາກຈຶງ ກໍ່ໄດ້ຮັບນາມມະຍົດເປັນເມືອງວິລະຊົ¬ນ ຕາແສງວິລະຊົ¬ນມີຄື:  ຕາແສງ ປລ໋ອກ ເມືອງເຊກອງ ໃ¬ນເມື່ອກ່ອນ¬( ເມືອງກະລຶມປະຈຸບັນ ¬) ຕາແສງຕາຕື ເມືອງ ດາກຈຶງ. ບ້ານ¬ວິລະຊົ¬ນມີ: ບ້ານ¬ຕອກສະໜິງ ເມືອງ ວຽງທອງໃ¬ນ ເມື່ອກ່ອນ¬ ( ເມືອງລະມາມປະຈຸບັນ¬ ),  ບ້າ¬ນລາວີ¬ນ້ອຍ ຕາແສງເຊ ເມືອງລະມາມ, ບ້າ¬ນສະທອນ¬ ຕາແສງວັກ ເມືອງກະລຶມ. ໝູ່ກອງຫຼອນ-ບ້າ¬ນລາວ ນາຍຕາແສງເຊ ເມືອງລະມາມເປັ¬ນໝູ່ກອງຫຼອນ¬ວິລາຊົນ¬. ບຸກຄົນນວິລະຊົ¬ນ ມີສະຫາຍ ອາຣົກ , ສະຫາຍ  ຄຳງໍ , ສະຫາຍ ຄຳບຶງ, ສະຫາຍ ບູດ ,ສະຫາຍ ຄຳແຊມ,ສະຫາຍ ບົວລອຍ, ສະຫາຍ ບລືຍ ແລະ ສະຫາຍ ລືຍ.ນອກຈາກ ¬ນາມ ມະຍົດວິລະຊົ¬ນແຫ່ງຊາດແລ້ວຍັງ ມີບ້ານແລະບຸກຄົ¬ນ ທີ່ໄດ້ຮັບ¬ນາມມະຍົດເປັ¬¬ນນັກຮົບແຂ່ງຂັ¬ນເຊັ່ນ: ບ້ານລະວີກາງ(ລະວີນ້ອຍ) ຕາແສງເຊ ເມືອງລະມາມ, ບ້ານ ດາກດຶມ ຕາແສງ ຊຽງຫຼວງ ເມືອງ ດາກຈຶງ ແລະ ບ້ານ ຕຶມ ຕາແສງ ວັກ ເມືອງ ກະລຶມ. ບຸກຄົນເປັນນັກລົບແຂ່ງຂັນມີຄື: ສະຫາຍ ນ¬າງ ວິລ້ຳ, ສະຫາຍ ສຸບິນ¬, ສະຫາຍ ບືຍ, ສະຫາຍ ເລື້ອຍ,  ສະຫາຍ ແມ່ຮູມ, ສະຫາຍ ກຽມ, ສະຫາຍ ບຸນທອນ ຈັນທະຄັບ, ສະຫາຍ ນັດ, ສະຫາຍ ນາງ ສຸກ, ສະຫາຍ ດວງໃຈ ເຄືອງຄຳ,ສະຫາຍ ເຄື່ອງ,ສະຫາຍ ຄຳສານ ແລະມີຫຼາຍ  ສະຫາຍກໍ່ໄດ້ຮັບການ¬ຍ້ອງຍໍ, ຫຼຽ¬ນກາຕໍ່ຕ້ານ¬ຝຣັ່ງ , ຫຼຽ¬ນ ກາຕໍ່ຕ້າ¬ນ ອາເມ ລິກາ,ຫຼຽນໄຊ ແລະອຶ່¬ນໆ ຢ່າງສົມກຽດ.
ວັນທີ 18 ເດືອນ 10 ປີ 1975 ສູນກາງພັກໄດ້ອອກຄຳສັ່ງສະບັບເລກທີ 160 ໃຫ້ເຕົ້າໂຮມແຂວງ ຕາເວັນອອກ , ແຂວງ ວາປີຄຳທອງ,ແຂວງສາລະວັນ ເຂົ້າກັນ ເອີ້ນວ່າແຂວງສາລະວັນ.ໂດຍ ແມ່ນ ສະຫາຍ ໂບລາງບົວລະພາ ເປັນເລຂາພັກແຂວງ ເພື່ອສືບຕໍ່ຊີ້ນຳນຳພາຮຳບາດແຜສົງຄາມ, ປົກປັກຮັກສາແລະສ້າງສາພັດທະນາແຂວງ ສາລະວັນໃຫ້ກ້າວໜ້າຂຶ້ນເລຶ້ອຍໆ. ໃນໄລຍະ ດັ່ງກ່າວໄດ້ນຳພາປະຊາຊົນ ສ້າງຜົນງານຫຼາຍຢ່າງ ຄື:
ປຸກລະດົມປະຊາຊົນ ເພື່ອໃຫ້ລູກຫຼານເຂົ້າເປັນທະຫານ ເມືອງ,ແຂວງ, ພາກແລະສົ່ງໃຫ້ສູນກາງເພື່ອຮັບໃຊ້ຊາດໄດ້ຫຼາຍຮ້ອຍຄົນ. ພິເສດປະກອບໃຫ້ກອງພົນທີ 5 ເວົ້າລວມ,ເວົ້າສະເພາະ ກອງພັນທີ 10,18.
   +  ເຮັດວຽກງານການເມືອງແນວຄິດສະແດງຄວາມອົງອາດ ກ້າຫານ.ແຕ່ບໍ່ຍອມຈຳນົນ, ມີນ້ຳໃຈຄຽດແຄ້ນສັດຕູສູງ, ມີຄວາມສາມັກຄີ, ມີມູນເຊື້ອປະຕິວັດສູງ.
ດ້ານເສດຖະກິດແລະການຜະລິດຂອງປະຊາຊົນຍັງຂື້ນກັບທຳມະຊາດ. ດັ່ງນັ້ນ ຈຶ່ງເຕົ້າໂຮມປະຊາຊົນໄດ້  ຈັດຕັ້ງໜ່ວຍສະຫະກອນກະເສດ. ແຕ່ຜົນຜະລິດຕ່ຳ, ເນື້ອທີ່ການຜະລິດໜ້ອຍ. ຍ້ອນປະຊາຊົນເຕົ້າໂຮມຄວາມສາມັກຄີໄດ້ດີມີບາງບ້ານກາຍເປັນບ້ານຕົວແບບໃນການຜະລິດ ເຊັ່ນ: ບ້ານດາກຕຣາງໃຫຍ່ ເມືອງ ດາກຈຶງ ມີຫຼາຍບ້ານໃນແຂວງ ໄດ້ໄປຖອດຖອນບົດຮຽນຢູ່ບ້ານດັ່ງກ່າວ. ສະພາບການເງິນການຄ້າ ແລະທະນາຄານ ຂອງລັດກໍ່ເລີ່ມຕົ້ນມີໜໍ່ແໜງ.ວຽກງານວັດທະນະທຳ - ສັງຄົມ : ດ້ານການສຶກສາ ເລີ່ມມີໂຮງຮຽນປະຖົມ ດ້ານສາທາໄດ້ມີໂຮງໝໍເມືອງ , ແຂວງ ແລະໂຮງໝໍຕາແສງ . ໄດ້ຈັດຕັ້ງ ກອງຫຼອນເຄື່ອນທີ່ , ປະຈຳທີ່ , ກອງກຳລັງສຳຮອງ,ກອງກຳລັງໄພເພດຍິງ. ໄດ້ເລີ່ມປັບປຸງຄືນໃໝ່;
+ ໄດ້ສືບຕໍ່ກໍ່ສ້າງຮາກຖານການເມືອງ ເປັນຕົ້ນແມ່ນບ່ອນທີ່ຍັງສັບສົນເຊັ່ນ : ປາກຕະພານ , ເມືອງ ລະຄອນເພັງ , ເມືອງຄົງເຊໂດນ , ເມືອງສາລະວັນ,ເມືອງວາປີ ແລະ ສ່ວນໜື່ງຂອງ ເມືອງຕຸມລານ.ພ້ອມນີ້ໄດ້ເສີມສ້າງ , ກໍ່ສ້າງຄວາມເຂັ້ມແຂງທາງດ້ານວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບນັບແຕ່ເຂດທີ່ໜັ້ນເກົ່າຂອງກຳລັງປະຕິວັດຄື: ເມືອງດາກຈຶງ, ເມືອງກະລຶມ, ເມືອງລະມາມ.ສຳລັບເມືອງ ຊານໄຊ ໄດ້ມອບໃຫ້ ແຂວງອັດຕະປື ແລະ ເມືອງຕະໂອຍ ມອບໃຫ້ ແຂວງສະຫວັນນະເຂດ ( ໃນປີ 1957 ).
ເພື່ອເຮັດໃຫ້ການພັດທະນາສົມດູນລະຫ່ວາງເຂດທົ່ງພຽງ ແລະເຂດພູດອຍ , ລະຫ່ວາງເຂດຊົນ ນະບົດແລະເຂດຕົວເມືອງໃຫ້ຄ້າຍຄືກັນ, ດັ່ງນັ້ນ ສູນກາງພັກຈິ່ງໄດ້ມີມະຕິຕົກລົງ ສະບັບເລກທີ 010 / ກມສພ ລົງ ວັນທີ 23 ເມສາ1984 ແບ່ງແຂວງສາລະວັນ ອອກເປັນ 2 ແຂວງ ສາລະວັນ, ເຊກອງ .ເວລານັ້ນ, ແຂວງ ເຊກອງປະກອບ ມີ 3 ຕົວເມືອງຄື: ລະມາມ:ກະລຶມແລະດາກຈຶງ. ຄະນະນຳຂອງແຂວງມີ 13 ສະຫາຍ ຍິງ 1 ສະຫາຍ.ກົມການເມືອງໄດ້ບົ່ງຕົວຄະນະຮັບຜິດຊອບກໍ່ສ້າງແຂວງ ເຊກອງຄືນໃໝ່ ໂດຍແມ່ນ ທ່ານ ໂບເຍິນ ເລຫວຽດມ່ວງ ວ່າການເລຂາພັກແຂວງເຊກອງ.
ວັນທີ  3/ 4/1986. ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນ¬ະພັກແຂວງເຊກອງໄດ້ໄຂຂຶ້¬ນເປັ¬ນ ຄັ້ງ ທຳອິດ ມີຜູ້ແທນ¬ເຂົ້າຮ່ວມ ທັງໝົດ 113 ສະຫາຍ , ຍິງ 6 ສະຫາຍ ທີ່ເປັ¬ນຕົວແທ¬ນ ໃຫ້ແກ່ສະມາຊິກພັກທົ່ວ ແຂວງ ຈຳ¬ນວນ¬ 2.099 ສະຫາຍ. ຄະນ¬ະບໍລິຫານງານ¬ພັກແຂວງຊຸດນີ້ມີ 17 ສະຫາຍ.ກອງປະຊຸມໄດ້ຄັດ-ເລືອກເອົາສະຫາຍ ໂບເຍີ¬ນ ເລຫວຽດ ມ່ວງເປັ¬ນ ເລຂາພັກແຂວງ. ສະຫາຍ ຄຳເວນ¬ ໄອແກ້ວ ເປັ¬ນຮອງເລຂາພັກແຂວງ. ມາຮອດວັນທີ 6/8/1988 ສະຫາຍໂບເຍີນ ເລຫວຽດມ່ວງ ຖືກຍົກຍ້າຍໄປຮັບໜ້າທີ່ໄໝ່ຢູ່ສູນກາງ,ກົມການເມືອງສູນກາງພັກໄດ້ແຕ່ງຕັ້ງ ສະຫາຍ ຢາວພອນວັນທາກຳມະການສູນກາງພັກວ່າການເລຂາພັກແຂວງ,ເຈົ້າແຂວງ-ແຂວງເຊກອງ.ສະຫາຍ ຄຳເວນໄອ່ແກ້ວ ເປັນຮອງເລຂາ,ສະຫາຍ ຄຳຜົງ ພົນຈະເລີນ ເປັນຮອງເຈົ້າແຂວງ, ໄດ້ສືບຕໍ່ຊີ້ນຳ ນຳພາໃນການສ້າງສາພັດທະນາແຂວງເຊກອງ.
ວັນທີ 27/11/1993 ກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກແຂວງໄດ້ເປີດຂຶ້¬ນມີຜູ້ແທນ¬ທັງໝົດ 109 ສ/ຫ , ຍິງ 7 ສ/ຫ ທີ່ເປັນ¬ຕົວແທ¬ນແກ່ສະມາຊິກພັກ ທັງໝົດ 2.557 ສ/ຫ  ມີຄະນ¬ະບໍລິ ຫາ¬ນງານ¬ພັກແຂວງຈຳ¬ນວນ¬ 15 ສະຫາຍ,ຍິງ 1 ສ/ຫ. ໄດ້ເລືອກເອົາ ສະຫາຍ ຄຳບຸ່¬ນ ດ້ວງປັ¬ຍາ ເປັ¬ນເລຂາພັກແຂວງ, ສະຫາຍ ບົວເລີຍ ຈັ¬ນລັງຄຳ ຮອງເລຂາພັກແຂວງ,ຮອງເຈົ້າແຂວງ.
ວັນທີ 11/11/1997 ກອງປະຊຸມໃຫ່ຍຄັ້ງທີ VI ຂອງອົງຄະນ¬ະພັກແຂວງ ໄດ້ເປີດຂຶ້¬ນມີຜູ້ແທນ¬ທັງໝົດ117 ສ/ຫ,ຍິງ7 ສ/ຫ ທີ່ເປັ¬ນຕົວ ແທນ¬ແກ່ສະມາຊິກພັກ ທັງໝົດ 2.979 ສ/ຫ  ມີຄະນະບໍລິຫານ¬ງາ¬ນພັກແຂວງຈຳ¬ນວນ¬ 17 ສະຫາຍ,ຍິງ 2 ສ/ຫ.ໄດ້ເລືອກເອົາ ສະຫາຍ ຄຳບຸ່ນ ດ້ວງປັນຍາ ເປັນ¬ເລຂາພັກແຂວງ ເຈົ້າແຂວງແຂວງເຊກອງ, ສະຫາຍ ບົວເລີຍ ຈັ¬ນລັງຄຳ ຮອງເລຂາພັກແຂວງ . ສະຫາຍ ພອນເພັດ ຄິວລະວົງ ເປັນຮອງເຈົ້າແຂວງ. ມາຮອດວັນທີ 25 ກຸມພາ 2003 ສະຫາຍ ຄຳບຸ່ນ ດ້ວງປັນຍາ ຖືກຍົກ ຍ້າຍໄປຮັບໜ້າທີ່ໄໝ່ຢູ່ແຂວງສາລະວັນ,ກົມການເມືອງສູນກາງພັກໄດ້ແຕ່ງຕັ້ງ ສະຫາຍ ບົວເລີຍ ຈັນລັງຄຳ ວ່າການເລຂາພັກແຂວງ,ເຈົ້າແຂວງ-ແຂວງເຊກອງ.ສະຫາຍ ພອນເພັດ ຄິວລະວົງ ເປັນຮອງເລຂາ, ເປັນຮອງເຈົ້າແຂວງ, ໄດ້ສືບຕໍ່ຊີ້ນຳນຳພາໃນການສ້າງສາພັດທະນາແຂວງເຊກອງ.
ວັນທີ 28 /11/2005 ກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນ¬ະພັກແຂວງໄດ້ເປີດຂຶ້ນ¬ ມີຜູ້ແທນ¬ທັງໝົດ 120 ສ/ຫ, ຍິງ 7 ສ/ຫ ທີ່ເປັ¬ນຕົວແທນແກ່ສະມາຊິກພັກທັງໝົດ 3.914 ສ/ຫ ມີຄະນ¬ະບໍລິຫາ¬ນງາ¬ນພັກແຂວງຈຳ¬ນວນ¬ 21 ສະຫາຍ, ຍິງ 2 ສ/ຫ. ໄດ້ເລືອກເອົາ ສະຫາຍ ຄຳພັ¬ນ ພົມມະທັດ ເປັ¬ນເລຂາພັກແຂວງ, ສະຫາຍ ຄຳເຜີຍ ບຸດດາວຽງ ຮອງເລຂາພັກແຂວງ.
ວັນທີ 25 / 11 / 2010 ກອງປະຊຸມໃຫ່ຍຄັ້ງທີ VIII ຂອງອົງຄະນ¬ະພັກແຂວງໄດ້ເປີດຂຶ້ນ¬ ມີຜູ້ແທນ¬ທັງໝົດ 123 ສ/ຫ , ຍິງ 12 ສ/ຫ ທີ່ເປັ¬ນຕົວແທນແກ່ສະມາຊິກພັກທັງໝົດ  4854 ສ/ຫ ມີຄະນ¬ະບໍລິຫາ¬ນງາ¬ນພັກແຂວງຈຳນວນ; ສະຫາຍ, ຍິງ; ສ/ຫ. ໄດ້ເລືອກເອົາ ສະຫາຍ ພັອ ຄຳເຜີຍ ບຸດດາວຽງ ເປັ¬ນເລຂາພັກແຂວງ, ສະຫາຍ ພອນເພັດຄິວລະວົງ ຮອງເລຂາພັກແຂວງ.
ຜ່ານການຊີ້ນຳນຳພາຂອງອົງຄະນະພັກແຕ່ລະສະໄໝ ບວກກັບຄວາມເອົາໃຈໃສ່ສຸມທຸກເຮື່ອແຮງແລະສະຕິບັນຍາຂອງພະນັກງານ, ສະມາຊິກພັກແລະປະຊາຊົນບັນດາເຜົ່າ ເຂົ້າໃນການສ້າງສາພັດທະນາຢ່າງ ຮອບດ້ານແລະສາມາດເຮັດໃຫ້ແຂວງເຊກອງ ກ້າວໄປເຖິງຜົນສຳເລັດມາຮອດປະຈຸບັນນີ້.