ທີ່ຕັ້ງ ແລະ ພູມສັນຖານ
ແຂວງເຊກອງຕັ້ງຢູ່ທິດຕາເວນອອກສ່ຽງໃຕ ຂອງ ສປປ ລາວ ເຊື່ອງມີເນີື້ອທີ່ທັງມົດ 7.665 ກິໂລຕາແມັດ,ກວມເອົາ 3,24% ຂອງເນື້ອທີ່ທົວປະເທດ , ແບ່ງເປັນ 3 ເຂດຄື: ເຂດພູດອຍ 65 % , ເຂດພູພຽງ 30 % , ເຂດທົງພຽງ 5% .
- ທິດເໜືອຕິດກັບແຂວງສາລະວັນ ມີຊາຍແດນຮ່ວມກັນ 166 ກິໂລແມັດ.
- ທິດຕາເວັນອອກຕິດກັບແຂວງກວາງນາມ , ແຂວງເທືອທຽນເຫ້ວ ແລະ ແຂວງກອນຕູມ ສສ ຫວຽດນາມ ເຊື່ງມີຊາຍແດນຮ່ວມກັນ 280 ກິໂລແມັດ.
- ທິດໃຕ້ຕິດກັບແຂວງອັດຕະປື ມີຊາຍແດນຮ່ວມກັນ 155 ກິໂລແມັດ.
- ທິດຕາເວັນຕົກຕິດກັບແຂວງຈຳປາສັກ ມີຊາຍແດນຮ່ວມກັນປະມານ 71 ກິໂລແມັດ.