ການປົກຄອງ
ແຂວງເຊກອງ ປະກອບມີ 4 ເມືອງ ຄື: ເມືອງ ລະມາມ, ເມືອງ ທ່າແຕງ, ເມືອງ ກະລຶມ ແລະ ເມືອງ ດາກຈຶງ ປະກອບມີ 200 ບ້ານ, ໃນນັ້ນ; ສອງເມືອງເປັນເມືອງທີ່ນອນໃນ 47 ເມືອງທຸກຍາກໃນທົ່ວປະເທດ ຄື: ເມືອງ ດາກຈຶງ ແລະ ເມືອງ ກະລຶມ. ເມືອງ ລະມາມ ເປັນເມືອງເທດສະບານຂອງແຂວງ ຊຶ່ງເປັນທີ່ຕັ້ງຂອງສຳນັກງານປົກຄອງແຂວງ ແລະ ບັນດາພະແນກການຕ່າງໆ ເປັນໃຈກາງທາງດ້ານການເມືອງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ ຂອງແຂວງ ປັດຈຸບັນ ການສ້າງສາພັດທະນາພື້ນຖານໂຄງລ່າງໄດ້ປ່ຽນແປງໄປສູ່ອັນໃໝ່ ເຊິ່ງເຮັດໃຫ້ຄຸນນະພາບການດຳລົງຊີວິດຂອງພະນັກງານ, ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າດີຂຶ້ນ, ອັນພົ້ນເດັ່ນ ສິ່ງສັກກາລະບູຊາສັກສິດກໍໄດ້ຮັບການກໍ່ສ້າງຂຶ້ນ ເຊັ່ນ: ຫຼັກເມືອງ ແລະອະນຸສອນສະຖານ ທ່ານ ອົງແກ້ວ ແລະ ຫໍພິິພິທະພັນ.
ຕາຕະລາງ 1: ຂໍ້ມູນການປົກຄອງ ແລະ ພົນລະເມືອງ ປີ 2014
ແຫລ່ງຂໍ້ມູນ: ສູນສະຖິຕິແຫ່ງຊາດປະຈຳແຂວງ ເຊກອງ, 2013
1.2 ພົນລະເມືອງ
ແຂວງ ເຊກອງ ມີພົນລະເມືອງທັງໝົດປະມານ 110.512 ຄົນ, ຍິງ 54,735 ຄົນ, ເທົ່າກັບ 1,61% ຂອງຈຳນວນພົນລະເມືອງທົ່ວປະເທດ. ຄວາມໜາແໜ້ນ ຂອງພົນລະເມືອງ ສະເລ່ຍປະມານ 14,25 ຄົນ/ກມ2 (ທົ່ວປະເທດ 22,2 ຄົນ/ກມ2), ອັດຕາການຂະຫຍາຍຕົວສະເລ່ຍຂອງພົນລະເມືອງ 2,2 % ຕໍ່ປີ. ປະກອບມີ 10 ຊົນເຜົ່າ, 95% ຂອງພົນລະເມືອງ ແມ່ນໝວດພາສາມອນ-ຂະແມ ແລະ ປະມານ 5% ແມ່ນໝວດພາສາລາວໄຕ. ມີຈໍານວນຄົວເຮືອນທັງໝົດ 19.824 ຄອບຄົວ. ໃນນັ້ນ ຄອບຄົວທຸກຍາກ ໄດ້ຫຼຸດລົງຈາກ 5.423 ຄອບຄົວ ໃນປີ 2010 ຍັງເຫຼືອ 2.482 ຄອບຄົວ ໃນປີ 2015. ປະຊາຊົນສ່ວນໃຫຍ່ມີອາຊີບ ເຮັດການຜະລິດກະສິກຳ ແບບທຳມະຊາດ ແລະ ເຄິ່ງທຳມະຊາດ. ລະດັບການສຶກສາ ຂອງປະຊາຊົນຢູ່ໃນຕົວເມືອງ ແລະ ຊົນນະບົດຍັງມີລັກສະນະຫຼຸດໂຕນກັນ. ອາຍຸຍືນສະເລ່ຍຂອງພົນລະເມືອງ 61 ປີ ໃນນັ້ນ; ເພດຊາຍ 58 ປີ ແລະ ເພດຍິງ 64 ປີ.
ໂຄງປະກອບ ພົນລະເມືອງ: ພົນລະເມືອງ ໄວໜຸ່ມນ້ອຍ (ໝວດອາຍຸ 0-14 ປີ) ມີປະມານ 43.542 ຄົນ ກວມ ເອົາ 39,40%, ພົນລະເມືອງໄວອອກແຮງງານ (ໝວດອາຍຸ 15-64 ປີ) ມີປະມານ 62.660 ຄົນ ກວມອົາ 56,7% ແລະ ພົນລະເມືອງ (ໝວດອາຍຸ 65 ປີ ຂຶ້ນໄປ) ມີປະມານ 4.310 ກວ່າຄົນ ກວມອົາ 3,9% ຂອງພົນລະເມືອງທັງໝົດ ໝາຍຄວາມວ່າທຸກໆ 100 ຄົນ ໃນເກນອາຍຸເຮັດວຽກ (ອາຍຸ 15-64 ປີ) ຈະຕ້ອງລ້ຽງດູ 81 ຄົນ (ປະຊາກອນອາຍຸ 0-14 ປີ ແລະ ປະຊາກອນອາຍຸ 65 ປີ ຂຶ້ນໄປ).
ຮູບພາບທີ 1: ການຂະຫຍາຍຕົວ ແລະໂຄງປະກອບຂອງປະຊາກອນ ແຂວງ ເຊກອງ
ໝາຍເຫດ: ອັດຕາການເອື່ອຍອີງຂອງປະຊາກອນໃນໝວດອາຍຸ 0-14 ປີ ແລະ ປະຊາກອນອາຍຸ 65 ປີຂຶ້ນໄປ ທຽບໃສ່ ປະຊາກອນໃນໝວດອາຍຸ 15-64 ປີ, (ໝາຍຄວາມວ່າ ຜູ້ທີ່ບໍ່ສາມາດ ເຮັດວຽກເສດຖະກິດ ຕໍ່ກັບຜູ້ທີ່ຢູ່ໃນເກນອາຍຸເຮັດວຽກ).