ເອກະລັກເຜົ່າ ເສົາຫຼັກເມືອງ ດິນແດງເຮືອງ ກະເຟໝາກແໜ່ງ ແຫຼ່ງພະລັງງານນ້ຳຕົກ ດິນດຳດົກແຮ່ທາດ ມີຄ້ອງປະຮາດຕີວົງ ສົ່ງສຽງແຄນແດນວິລະຊົນ

ກະລຶມ ສະຫລຸບ ການຈັດຕັ້ງປະຕິບັດ ວຽກງານ ສາທາລະນະສຸກ 6 ເດືອນຕົ້ນປີ 2019

ວັນທີ 11 ກໍລະກົດ ຜ່ານມານີ້ ເມືອງກະລຶມ ແຂວງເຊກອງ ໄດ້ໄຂກອງປະຊຸມ ສະຫລຸູບ ຕີລາຄາຄືນ ການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2019 ຢູ່ທີ່ສະໂມສອນ ຂອງເມືອງ ໂດຍມີ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ ພ້ອມດ້ວຍອຳນາດການປົກຄອງເມືອງ ແລະ ຂະແຫນງການທີ່ກ່ຽວຂ້ອງເຂົ້າຮ່ວມ,

  

ໃນພິທີ ທ່ານ ດຣ ສີເວີນ ສີງຫາລາດ ກຳມະການພັກເມືອງ ຫົວຫນ້າ ຫ້ອງການສາທາລະນະສຸກ ເມືອງກະລຶມ ລາຍງານໃຫ້ຮູ້ວ່າ: ການເຄືອນໄຫວ ຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກ ຢູ່ ເມືອງກະລຶມ ຕະຫລອດ ໄລຍະ 6 ເດືອນຜ່ານມາ ແມ່ນໄດ້ຮັບການພັດທະນາ ດີຂຶ້ນເລື້ອຍໆ ເປັນຕົ້ນ ການຈັດຕັ້ງປະຕິບັດ 8 ແຜນງານໃຫຍ່ ຄື ວຽກງານສົ່ງເສີມ ສຸຂະພາບ ສັກຢາກັນພະຍາດ, ວຽກງານປ້ອງກັນ ແລະ ຄອບຄຸມ ພະຍາດຕິດຕໍ່, ວຽກງານບໍລິການປິ່ນປົວຟື້ນຟູ, ການປົກປ້ອງຜູ້ບໍລິໂພກອາຫານ ແລະ ຢາ, ການຄຸ້ມຄອງພັດທະນາພະນັກງານ ແລະ ຄົ້ນຄ້ວາວິທະຍາສາດ, ການຄຸ້ມຄອງການເງິນສາທາລະນະສຸກ, ວຽກງານແຜນການ ຂໍ້ມູນຂ່າວສານ, ຮ່ວມມືສາກົນ ແລະ ວຽກງານບໍລິຫານ ຊຶ່ງໃນນັ້ນສາມາດສ້າງບ້ານສາທາລະນະສຸກແບບຢ່າງໄດ້ 11 ບ້ານ ເທົ່າກັບ 21%, ອັດຕາປະຊາຊົນນຳໃຊ້ນຳສະອາດ 78%, ນຳໃຊ້ວິດຖ່າຍ 41% ຄຽງຄູ່ກັນ ນັນຍັງສາມາດ ສັງລວມຈັດແບ່ງແຫລ່ງທຶນ ການບໍລິການ ຂອງບັນດາໂຄງການ ບຸລິມະສິດ ທີ່ນຳໃຊ້ໄດ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ.
 
ນອກນີ້ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດ ຄຳເຫັນ, ສະຫລຸບຕີລາຄາຄືນ ໃສ່ແຜນການແກ້ໄຂ ບັນຫາຈຸດອ່ອນ ຂໍ້ຄົງຄ້າງໃນຕໍ່ຫນ້າ ເພື່ອເຮັດໃຫ້ບັນດຸຕາມທິດທາງແຜນການ ແລະ ເປົ້າຫມາຍທີ່ວາງໄວ້ເທື່ອລະກ້າວ.
     ຂ່າວ: ອັດສະວິນ ແສງສີຈັນ ນັກຂ່າວ ເມືອງກະລຶມ ແຂວງເຊກອງ 02098900530