ເອກະລັກເຜົ່າ ເສົາຫຼັກເມືອງ ດິນແດງເຮືອງ ກະເຟໝາກແໜ່ງ ແຫຼ່ງພະລັງງານນ້ຳຕົກ ດິນດຳດົກແຮ່ທາດ ມີຄ້ອງປະຮາດຕີວົງ ສົ່ງສຽງແຄນແດນວິລະຊົນ

5 ປີຜ່ານມາ ລວມຍອດຜະລິດຕະພັນ ຢູ່ ແຂວງ ເຊກອງ ບັນລຸໄດ້ 14% ຕໍ່ປີ

 
5 ປີຜ່ານມາ ລວມຍອດຜະລິດຕະພັນ ຢູ່ ແຂວງ ເຊກອງ ບັນລຸໄດ້ 14% ຕໍ່ປີ
ທ່ານ ຄໍາເຜີຍ ບຸດດາວຽງ ເລຂາພັກແຂວງ, ເຈົ້າແຂວງເຊກອງ ລາຍງານໃນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໃນວັນທີ 6 ພຶດສະພາ ນີ້ ໃຫ້ຮູ້ວ່າ ໃນໄລຍະ 5 ປີຜ່ານມາ ອັດຕາລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 14% ຕໍ່ປີ.
ຄະນະບໍລິຫານງານພັກແຂວງເຊກອງ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ໂດຍຖືເອົາການພັດທະນາເສດຖະກິດ ເປັນໜ້າທີ່ໃຈກາງ ເພື່ອຍູ້ແຮງຂະແໜງການອື່ນໆ ໄດ້ມີບາດກ້າວ ພັດທະນາດີຂື້ນ ເປັນກ້າວໆ ປັນຕົ້ນ:ໄດ້ເອົາໃຈໃສ່ດໍາເນີນນະໂຍບາຍ ສົ່ງເສີມກໍາລັງແຮງ ຂອງບັນດາພາກສ່ວນເສດຖະກິດ ຢ່່າງແຂງແຮງ ນັບທັງທຸລະກິດຂະຫນາດນ້ອຍ, ຂະຫນາດກາງ ໄປຄຽງຄູ່ກັບການສ້າງເງື່ອນໄຂ ແລະ ເອື້ອອໍານວຍ ຄວາມສະດວກ ຕາມແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ເປັນຕົ້ນໂຄງການພັດທະນາ ດ້ານພະລັງງານ-ບໍ່ແຮ່, ຄົມມະນາຄົມ, ກະສິກໍາ ແລະ ອຸດສະຫະກໍາປຸງແຕ່ງ,ຊຸກຍູ້ຂົງເຂດ ບໍລິການ ໃຫ້ມີການຂະຫຍາຍຕົວໄວ ໄປຕາມທິດທັນສະໄໝ ທັງໝົດເຫຼົ່ານີ້ ໄດ້ຊ່ວຍຊຸກຍູ້ຈັງຫວະການເຕີບໂຕ ທາງດ້ານເສດຖະກິດຂອງແຂວງ ໃຫ້ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ ແລະ ມີການຫັນປ່ຽນຕາມທິດພັດທະນາກະສິກໍາ - ປ່າໄມ້ ຕິດພັນກັບອຸດສະຫະກໍາປຸງແຕ່ງ ແລະ ການບໍລິການ ເຮັດໃຫ້ອັດຕາລວມຍອດ ຜະລິດຕະພັນພາຍໃນ (GDP) 5 ປີ ບັນລຸໄດ້ໂດຍສະເລ່ຍ 14% ຕໍ່ປີ,ລາຍຮັບສະເລ່ຍໃສ່ຫົວຄົນບັນລຸໄດ້ 1.333 ໂດລາສະຫະລັດຕໍ່ຄົນ ຕໍ່ປີ ລື່ນຄາດໝາຍ 583 ໂດລາສະຫະລັດ ( ແຜນການ 5 ປີວາງໄວ້ 750 ໂດລາຕໍ່ຄົນຕໍ່ປີ ) ແລະ ມີລາຍໄດ້ແຫ່ງຊາດ (GNI) 1.000 ໂດລາສະຫະລັດຕໍ່ຄົນຕໍ່ປີ, ໃນນີ້: ຂະແໜງກະສິກໍາ - ປ່າໄມ້ ເພີ່ມຂຶ້ນໂດຍສະເລ່ຍ 9,1% ( ແຜນ 7-8%) ກວມເອົາ 37,3% ຂອງ GDP, ຂະແໜງອຸດສະຫະກໍາ ເພີ່ມຂຶ້ນໂດຍສະເລ່ຍ 18,6% ( ແຜນ 19 - 20% ) ກວມເອົາ 23,0% ຂອງ GDP, ຂະແໜງບໍລິການ ເພີ່ມຂຶ້ນໂດຍສະເລ່ຍ 17,2% ( ແຜນ 14-15% ) ກວມເອົາ 39,7% ຂອງ GDP.
ແຜນການ 5 ປີຕໍ່ໜ້າ ຈະສູ້ຊົນເຮັດໃຫ້ ແຂວງ ເຊກອງ ມີສະຖຽນລະພາບ ທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເສດຖກິດຂະຫຍາຍຕົວ ຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງໃນລະດັບ 13% ຕໍ່ປີຂຶ້ນໄປ,ຄາດຄະເນຮອດປີ 2020 ລາຍໄດ້ສະເລ່ນໃສ່ຫົວຄົນໃຫ້ບັນລຸໄດ້ 2.870 ໂດລາສະຫະລັດ ຕໍ່ຄົນ ຕໍ່ປີ, ສ້າງບາດກ້າວຫັນປ່ຽນໃໝ່ ດ້ານການພັດທະນາ ທາງດ້ານສັງຄົມ, ວັດທະນະທໍາ ໄປສົມຄູ່ກັບການພັດທະນາ ທາງດ້ານເສດຖະກິດ ແລະ ການຮັກສາສິ່ງແວດລ້ອມ, ດໍາເນີນຍຸດທະສາດ ຫັນເປັນທັນສະໄໝ ຕາມແນວທາງ ຂອງພັກເຮົາວາງໄວ້.
ຂ່າວ:ພຸດທະສອນ