ການຝຶກອົບຮົບການສ້າງຂີດຄວາມສາມາດ ແລະ ຄວາມຊຳນານງານໃຫ້ ພະນັງານໃນການຄູ້ມຄອງສັດນໍ້າ-ສັດປ່າ ໃນເຂດປ່າສະຫງວນແຫ່ງຊາດ ເມືອງປາກກະດິງ.
ຕອນເຊົ້າ ວັນທີ 21 ມິຖູນາ 2018, ຄະນະ ຊຸດຝຶກອົບຮົມ ສ້າງຂີດຄວາມສາມາດ ແລະ ຄວາມຊໍານານ ໃນດ້ານການພັດທະນາ, ຄຸ້ມຄອງ ແລະ ໂຄສະນາ ຂໍ້ມູນຂ່າວສານ ກ່ຽວກັບການຄຸ້ມຄອງ ປ່າສະຫງວນ ແລະ ສັດນໍ້າ-ສັດປ່າ ໃຫ້ພະນັກງານ ພາຍໃນຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ 7 ແຂວງພາກກາງ ແລະ ພາກໃຕ້. ນໍາພາຄະນະດັ່ງກ່າວ ໂດຍແມ່ນ ທ່ານ ນາງ ວຽງສະຫວັນ ດວງສະຫວັນ ຮອງຫົວໜ້າ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະທີມງານ ຈາກ ຫສນຍ ແລະ ແຂວງພາກກາງ ແລະ ພາກໃຕ້ ຈຳນວນ: 56 ຄົນ. ລົງເຄື່ອນໄຫວຢ້ຽມຢາມ ແລະ ຮ່ວມເຮັດວຽກຮ່ວມກັບ ທ່ານເຈົ້າເມືອງປາກກະດິງ, ອຳນາດການ ປົກຄອງບ້ານ 3 ບ້ານ ທີ່ນອນໃນເຂດປ່າສະຫງວນ ແຫ່ງຊາດນໍ້າກະດິງ ແລະ ລົງໄປທັດສະນະສຶກສາ ຢູ່ເຂື່ອນໄຟຟ້ານໍ້າເທີນໜຶ່ງ, ຈູດປະສົງເເມ່ນ ສ້າງຂີດຄວາມສາມາດ ແລະ ຄວາມຊຳນານງານໃຫ້ພະນັງານໃນການຄູ້ມຄອງສັດນໍ້າ-ສັດປ່າ ໃນເຂດປ່າສະຫງວນແຫ່ງຊາດ ເມືອງປາກກະດິງ.
ການລົງເຄື່ອນໄຫວເຮັດວຽກຄັ້ງນີ້ ຄະນະຊຸດຝຶກອົບຮົບ ໄດ້ຮ່ວມເຮັດວຽກກັບອຳນາດການປົກຄອງ ບ້ານນາຫີນ ໃນເບື້ອງຕົ້ນ ທ່ານ ດວງສີ ສຸດທະລົມ ທີ່ປຶກສາ ນາຍບ້ານ-ບ້ານນາຫີນ ທັງເປັນ ຫົວໜ້າ ກອງທຶນບ້ານ ໄດ້ລາຍງານ ສະພາບລວມຂອງບ້ານ ຊຶ່ງທ່ານໃຫ້ຮູ້ວ່າ: ບ້ານນາຫີນ ເປັນບ້ານໜຶ່ງ ທີ່ນອນໃນເຂດປ່າສະຫງວນ ນໍ້າກະດິງ ຊຶ່ງບ້ານດັ່ງກ່າວ ມີເນື້ອທີ່ 10.300 ເຮັກຕາ ມີຈໍານວນພົນ 500 ກວ່າຄົນ, ຍິງ 200 ກວ່າຄົນ, ມີ 100 ກວ່າຄົວເຮືອນ ແລະ ບ້ານດັ່ງກ່າວ ເລີ່ມສ້າງຕັ້ງກອງທຶນ ບ້ານໃນປີ 2010 ມີເງິນກອງທຶນທັງໝົດ 51 ລ້ານກີບ ແລະ ມາຮອດປີ 2018 ມິເງິນກອງທຶນທັງໝົດ 57 ລ້ານກີບ ຊຶ່ງໄດ້ປ່ອຍໃຫ້ປະຊາຊົນ ກູ້ຢຶມພາຍໃນບ້ານ ຈຳນວນ 7 ແສນກີບ/ຄອບຄົວ/ປີ ໃນອັດຕາດອກເບ້ຍ 3% ຕໍ່ປີ. ໂດຍໄດ້ຮັບການສະໜັບສະໜູນ ຈາກໂຄງ CCN ຈຸດປະສົງເພື່ອສ້າງ ໃຫ້ປະຊາຊົນ ໃນບ້ານມີສ່ວນຮ່ວມ ໃນການປົກປັກຮັກສາ ປ່າສະຫງວນແຫ່ງຊາດ ນໍ້າກະດິງ ໃນເນື້ອທີ່ 10.110,30 ເຮັກຕາ ແລະ ຄະນະຄຸ້ມຄອງກອງທຶນບ້ານ ໄດ້ມີການກຳນົດເອົາວັນທີ 20 ທັນວາ ຂອງທຸກໆປີ ເປັນມື້ຊໍາລະສະສາງເງິນເຂົ້າຄັງ ແລະ ໄດ້ແບ່ງປັນດອກເບ້ຍທີ່ໄດ້ຈາກການຊໍາລະຂອງສະມາຊິກກອງທຶນ ໃນແຕ່ລະປີເຂົ້າໃນວຽກງານ ລາດຕະເວນ ຕາມຊາຍແດນບ້ານຕໍ່ບ້ານ ເພື່ອຕິດຕາມກວດກາ ການລັກລອບຕັດໄມ້, ເຄື່ອງປ່າຂອງດົງ.
ນອກຈາກນີ້ ຫົວໜ້າກອງທຶນບ້ານນາຫີນ ຍັງໃຫ້ຮູ້ຕື່ມອີກວ່າ: ເລີ່ມຕົ້ນທີ່ມີກອງທຶນບ້ານ ປະຊາຊົນພາຍໃນບ້ານນາຫີນ ໄດ້ມີຊີວິດດີຂື້ນຫຼາຍກວ່າເກົ່າ ກອງທຶນ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຄອບຄົວ ເປັນຕົ້ນ: ຊ່ວຍຊຸກຍູ້ສົ່ງເສີມການຜະລິດກະສິກຳ, ການຈັດຊື້ແນວພັນ ແລະ ອຸປະກອນການກະສິກຳ ປະເພດ ພືດລົມລຸກ ເຊັ່ນ: ການປູກເຂົ້າ, ປູກໝາກແຕງ, ສາລີ ແລະ ອື່ນໆ... ທີ່ສາມາດເເກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃນບ້ານນາຫີນໄດ້ເປັນຢ່າງດີ. ໃນປີ 2019 ຄະນະ ກໍາມະການຄຸ້ມຄອງກອງທຶນບ້ານນາຫີນ ໄດ້ມີແຜນຄາດໝາຍສູ້ຊົນຈະເພີ່ມການປ່ອຍວົງເງິນກອງທຶນ ໃຫ້ສະມາຊິກກອງທຶນໄດ້ກູ້ຢືມຫຼາຍຂື້້ນ ແລະ ປັບປຸງແບບ ແຜນວິທີການຄູ້ມຄອງ ກອງທຶນໃຫ້ມີປະສິດທິພາບ ປະສິດທິຜົນລື່ນເກົ່າ ເລ່ງໃສ່ຄອບຄົວ ທີ່ຍັງທູກຍາດຂາດເຂີນ ໃຫ້ໄດ້ຮັບການແກ້ໄຂ ຊີວິດການເປັນຢູ່ດີຂື້ນ ເທື່ອລະກ້າວ.
ໂອກາດນີ້, ຄະນະຊຸດຝຶກອົບຮົມ ສ້າງຂີດຄວາມສາມາດ ແລະ ຄວາມຊໍານານ ໃນດ້ານການພັດທະນາ, ຄູ້ມຄອງ ແລະ ໂຄສະນາຂໍ້ມູນຂ່າວສານ ກ່ຽວກັບການ ຄູ້ມຄອງປ່າສະຫງວນ ແລະ ສັດນໍ້າ-ສັດປ່າ ສະແດງຄວາມຂອບອົກຂອບໃຈ ນຳອຳນາດການປົກຄອງ ບ້ານນາຫີນ ທີ່ໄດ້ໃຫ້ຄໍາຄິດຄຳເຫັນ, ຂໍ້ມູນຫຼາກຫລາຍຢ່າງ ໂດຍສະເພາະການສ້າງກອງ ທຶນບ້ານນາຫີນ ທີ່ຕິດພັນກັບການສ້າງຄວາມເຂັ້ມແຂງ ໃຫ້ປະຊາຊົນ ມີສ່ວນຮ່ວມ ໃນການປົກປັກຮັກສາ ປ່າສະຫງວນແຫ່ງຊາດນໍ້າກະດິງ ແລະ ສ້າງເປັນບ້ານໂຕແບບ ໃນການບໍລິຫານ ຈັດການກອງທຶນບ້ານ ໄປສູ່ບ້ານອື່ນໆ ທັງເປັນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ໃຫ້ໄດ້ຮັບການແກ້ໄຂດີຂື້ນເປັນກ້າວໆ ເວົ້າລວມ ປະຊົນເມືອງປາກກະດິງ, ເວົ້າສະເພາະປະຊາຊົນບ້ານນາຫີນ.