ທະນາຄານຮ່ວມພັດທະນາມອບເງິນ ຊ່ວຍເຫຼືອວຽກງານການສຶກສາໃຫ້ເມືອງກະລຶມ
ວັນທີ່ 10 ກຸ່ມພາ 2016 ນີ້ ທ່ານ ນາງ ອຸລາວັນ ເດດກອງໄຊ ຜູ້ອຳນວຍການທະນາຄານຮ່ວມ ພັດທະນາສາຂາ ແຂວງເຊກອງ, ໄດ້ນຳເອົາເງິນສົດ ຈຳນວນ 50 ລ້ານກີບໄປມອບໃຫ້ ຄະນະພັກ, ອຳນາດການປົກຄອງ ເມືອງກະລືມ, ໂດຍມີທ່ານ ອໍບົວລາ ອ່ອນມະໄລວົງ ຮອງເລຂາພັກເມືອງກະລືມ, ພ້ອມຄະນະ, ມີທ່ານ ບຸນເນົາ ພົມມະວົງສາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາ ຫ້ອງການ ອ້ອມຂ້າງ ເມືອງເຂົ້າຮ່ວມ.
ທະນາຄານຮ່ວມພັດທະນາ ສາຂາ ແຂວງເຊກອງ, ໄດ້ນຳເອົາເງິນສົດ ຈຳນວນ 50 ລ້ານກີບ ມອບໃຫ້ເມືອງກະລຶມ ເພື່ອ ເປັນການປະກອບສ່ວນ ຊຸກຍູ້, ພັດທະນາວຽກງານການສຶກສາ ຂອງເມືອງ, ໂດຍສະເພາະແມ່ນ ດ້ານໄອຊີທີ ໃຫ້ມີຄວາມສະດວກດີຂື້ນ ກວ່າເກົ່າ, ຕ່າງໜ້າກ່າວມອບໃນຄັ້ງນີ້ ໂດຍແມ່ນ ທ່ານ ພອນເພັດ ຄິວລະວົງ ຮອງເລຂາພັກແຂວງເຊກອງ, ກ່າວຮັບໂດຍທ່ານ ອໍບົວລາ ອ່ອນມະໄລວົງ ຮອງເລຂາພັກເມືອງກະລຶມ, ຂະນະດຽວກັນ ຮອງເລຂາພັກເມືອງກະລຶມ, ກໍ່ໄດ້ກ່າວສະແດງຄວາມຂອບໃຈ ມາຍັງທະນາຄານຮ່ວມພັດທະນາ ສາຂາແຂວງເຊກອງ, ທີ່ເລັງເຫັນຄວາມສຳຄັນ ຂອງວຽກງານການສຶກສາ ຢູ່ເຂດຫ່າງໄກສອກຫຼີກ ແລະ ທາງເມືອງພວກເຮົາ ຈະນຳເອົາເງິນຈຳນວນດັ່ງກ່າວ ໄປນຳໃຊ້ເຂົ້າໃນການພັດທະນາ ວຽກງານການສຶກສາຂອງເມືອງກະລຶມ ໃຫ້ມີປະໂຫຍດສູງສຸດ.
ໃນໂອກາດດຽວກັນນີ້ ທ່ານ ສົມສັກ ດາວເຮືອງ ຮອງຫົວໜ້າດ່ານພາສີດາກຕະອອກ ເມືອງດາກຈຶງ ກໍ່ໄດ້ນຳເອົາເຄື່ອງນຸ່ງຫົ່ມ ບັນເທົາໄພໜາວ ຈຳນວນ 76 ຊຸດ ມູນຄ່າ 2 ລ້ານ 5 ແສນກີບ ມອບໃຫ້ປະຊາຊົນ ເມືອງກະລຶມ ໂດຍສະເພາະ ຜູ້ທຸກຍາກຕື່ມອີກ.
ຂ່າວ: ທິດສາຄອນ ວົງມະນີ,ໂທ: 020 5550 3434.