ພິທີປະກາດຮັບຮັບຮອງ ໜ່ວຍພັກ ຫ້ອງວ່າການແຂວງ ເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ
ທ້າຍອາທິດຜ່ານມານີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໄດ້ມີພິທີປະກາດຮັບຮອງໜ່ວຍພັກຫ້ອງວ່າການແຂວງ ເປັນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ເຂົ້າຮ່ວມໃນພິທີມີ ສະຫາຍ ອ້ວນຄໍາ ທຸງໄຊ ກໍາມະການພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ ຂັນຕີ ສີລະວົງສາ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງວ່າການແຂວງ, ມີບັນດາເລຂາໜ່ວຍພັກອ້ອມຂ້າງ, ສະມາຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍເຂົ້າຮ່ວມ ຢ່າງພ້ອມພຽງ.
ສະຫາຍ ສີສຸພັນ ມະຫາວົງ ເລຂາໜ່ວຍພັກ, ຮອງຫົວໜ້າຫ້ອງວ່າການແຂວງເຊກອງ ໄດ້ສະຫຼຸບຕີລາຄາຄືນ ຜົນງານການຈັດຕັ້ງປະຕິບັດ ການກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານປີ 2016 ໃຫ້ຮູ້ວ່າ: ໜ່ວຍພັກຫ້ອງວ່າການປົກຄອງແຂວງແຂວງກອງ ເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບ ຄະນະພັກຮາກຖານ ຫ້ອງວ່າການປົກຄອງແຂວງ, ມີສະມາຊິກພັກທັງໝົດ 60 ສະຫາຍ, ຍິງ 22 ສະຫາຍ, ໃນນີ້ສະມາຊິກພັກສົມບູນ 52 ສະຫາຍ, ຍິງ 19 ສະຫາຍ; ສະມາຊິກພັກສຳຮອງ 8 ສະຫາຍ ,ຍິງ 3 ສະຫາຍ; ສະມາຊິກພັກທີ່ເປັນພະນັກງານບໍານານ 2 ສະຫາຍ, ຍິງ 0 ສະຫາຍ, ສະມາຊິກພັກ ທີ່ນອນໃນຄະນະປະຈໍາພັກແຂວງມີ 6 ສະຫາຍ, ຍິງ 0 ສະຫາຍ. ໃນໄລຍະຜ່ານມາ ຄະນະໜ່ວຍພັກ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ດ້ວຍການເຂົ້າຮ່ວມເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຢ່າງເປັນປົກກະຕິ ແລະ ໄດ້ຫັນເອົາແຜນນະໂຍບາຍ ແລະ ແນວທາງດັ່ງກ່າວເຂົ້າສູ່ວຽກງານຕົວຈິງ ກໍ່ຄືວຽກງານວິຊາສະເພາະ ມີຜົນສຳເລັດໃນຫລາຍດ້ານ; ຊຶ່ງສາມາດຕີລາຄາການເຄື່ອນໄຫວນຳພາກໍ່ສ້າງ ໜ່ວຍພັກເຂັ້ມແຂງທັງ 4 ດ້ານເຊັ່ນ: ດ້ານການເມືອງປະຕິບັດໄດ້ 96%, ດ້ານແນວຄິດ 97%, ດ້ານການຈັດຕັ້ງ 95%, ດ້ານແບບແຜນການນຳພາປະຕິບັດໄດ້ 95% ເຊິ່ງເຫັນວ່າ ແຕ່ລະດ້ານແມ່ນສາມາດປະຕິບັດໄດ້ ຕາມລະດັບຄາດໝາຍ ທີ່ວາງໄວ້ເປັນຢ່າງດີ. ຈາກນັ້ນ ກໍໄດ້ມີພິທີມອບ-ຮັບ ໃບຢັ້ງຢືນເປັນໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານ ໃຫ້ກຽດກ່າວມອບໂດຍແມ່ນສະຫາຍ ອ້ວນຄໍາ ທຸງໄຊ ກໍາມະການພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ກ່າວຮັບໂດຍແມ່ນ ສະຫາຍ ສີສຸພັນ ມະຫາວົງ ເລຂາໜ່ວຍພັກ, ຮອງຫົວໜ້າຫ້ອງວ່າການແຂວງເຊກອງ ໂດຍມີບັນດາເລຂາໜ່ວຍພັກອ້ອມຂ້າງ ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງຮ່ວມເປັນສັກຂີພິຍານ.
ໂອກາດດັ່ງກ່າວນີ້ ສະຫາຍ ຂັນຕີ ສີລະວົງສາ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງວ່າການແຂວງເຊກອງ ໃຫ້ກຽດໂອ້ລົມ ພ້ອມທັງໄດ້ຮຽກຮ້ອງມາຍັງບັນດາ ຄະນະພັກຮາກຖານ, ຄະນະໜ່ວຍພັກ ຈົ່ງໄດ້ເອົາໃຈໃສ່ສືບຕໍ່ ສຶກສາອົບຮົມດ້ານການເມືອງແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານລັດຖະກອນເປັນກົກ, ເອົາໃຈໃສ່ສ້າງຖັນແຖວພະນັກງານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ປະຕິບັດຫຼັກການຄຸ້ມຄອງ-ນໍາພາ ຕາມຫຼັກການລວມສູນປະຊາທິປະໄຕ ໃຫ້ເຂັ້ມງວດ, ຮັກສາຄວາມສາມັກຄີ ພາຍໃນໃຫ້ໜັກແໜ້ນ, ເສີມຂະຫຍາຍດ້ານດີທີ່ເປັນພື້ນຖານ ໂດຍສະເພາະໃຫ້ຕັ້ງໜ້າຮັກສາມູນເຊື້ອ ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ໄວ້ໃຫ້ໝັ້ນຄົງຕະຫລອດໄປ.
ຂ່າວ-ພາບ: ນາລີວັນ