ເອກະລັກເຜົ່າ ເສົາຫຼັກເມືອງ ດິນແດງເຮືອງ ກະເຟໝາກແໜ່ງ ແຫຼ່ງພະລັງງານນ້ຳຕົກ ດິນດຳດົກແຮ່ທາດ ມີຄ້ອງປະຮາດຕີວົງ ສົ່ງສຽງແຄນແດນວິລະຊົນ

ເຈົ້າແຂວງ ເນັ້ນສອງບັນຫາຫຼັກໃຫ້ສາທາລະນະສຸກເອົາໃຈໃສ່ຢ່າງຕັ້ງໜ້າ

 

ເຈົ້າແຂວງ ເນັ້ນສອງບັນຫາຫຼັກໃຫ້ສາທາລະນະສຸກເອົາໃຈໃສ່ຢ່າງຕັ້ງໜ້າ
     ໃນໂອກາດທີ່ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ໄດ້ເຂົ້້າຮ່ວມກອງປະຊຸມສະຫຼຸບການຈດຕັ້ງປະຕິບັດແຜນພັດທະນສາທາລະນະສຸກ 5 ປີ ຄັ້ງທີ VIII ໃນວັນທີ 30 ມີນາ ຜ່ານມາ ທ່ານໄດ້ໃຫ້ກຽດໂອ້ລົມຊີ້ນໍາຄະນະພັກ-ຄະນະນໍາ ຕະຫຼອດຮອດພະນັກງານລັດຖະກອນໃນຂົງເຂດສາທາລະນະສຸກ ໃຫ້ເອົາໃຈໃສ່ສອງບັນຫາຫຼັກດ້ວຍຄວາມເປັນເຈົ້າການ ໂດຍສະເພາະແມ່ນ ວຽກງານຂົງເຂດພັກ-ພະນັກງານ ແລະວຽກງານວິຊາສະເພາະ ທັງນີ້ເພື່ອສືບຕໍ່ເສີມຂະຫຍາຍຜົນງານ ແລະສຸມໃສ່ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ຊຶ່ງທ່ານເຈົ້າແຂວງກ່າວວ່າ: ວຽກງານຂົງເຂດພັກ-ພະນັກງານ ໃຫ້ເອົາໃຈໃສ່ເພີ່ມທະວີການຊີ້ນໍາ-ນໍາພາ ຂອງຄະນະພັກ-ຄະນະນໍາພະແນກສາທາລະນະສຸກໃຫ້ເລິກເຊິ່ງກວ້າງຂວາງໃນທຸກວຽກງານຂັ້ນແຂວງ,ຂັ້ນເມືອງ ແລະຮາກຖານບ້ານ ໂດຍສຸມໃສ່ວຽກງານສໍາຄັນຄື: ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານສະມາຊິກພັກ, ລັດຖະກອນແພດໝໍທຸກໆຄົນໃຫ້ກໍາແໜ້ນແນວທາງຂອງພັກ, ແຜນພັດທະນາສາທາລະນະສຸກໃນໄລຍະໃໝ່ ແນໃສ່ຮັບປະກັນໃຫ້ຜູ້ບໍລິຫານ, ແພດໝໍ ທຸກຄົນມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ, ສິນທໍາປະຕິວັດ, ມີຈັນຍາບັນຂອງແພດໝໍ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ແລະໜ້າທີ່ວິຊາສະເພາະທີ່ຖືກມອບມາຍ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫມີນໍ້າໃຈເສຍສະຫຼະເພື່ອສ່ວນລວມ ແລະເຮັດພັນທະໃຫ້ແກ່ລັດດ້ວຍຄວາມຈິງໃຈ ບໍ່ແມ່ນດ້ວຍຄວາມບີບບັງຄັບ; ກວດກາຄືນດ້ານແບບແຜນການນໍາພາ, ແບບແຜນວິທີເຮັດວຽກຕອງຄະນະພັກ-ຄະນະນໍາພະແນກ, ໂຮງໝໍ, ຫ້ອງການສາທາລະນສຸກເມືອງ, ຖືເອົາວຽກງານສໍາຫຼວດກວດກາດໍາເນີນຊີວິດການເມືອງເປັນປົກກະຕິພາຍໃນພັກ ພ້ອມກັນຕີຖອຍປະກົດການຫຍໍ້ທໍ້ຕ່າງໆພາຍໃນພັກ, ສ້າງໃຫ້ພັກມີຄວາມປອດໃສ ເຂັ້;ມແຂງ ແລະໜັກແໜ້ນ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ກວ້າງຂວາງ, ເອົາໃຈໃສ່ວຽກງານປັບປຸງພັກ-ສ້າງພັກ, ສ້າງພະນັກງານໃຫ້ໄດ້ທາງດ້ານປະລິມານ ແລະຄຸນນະພາບ, ເພີາມທະວີວຽກງານກວດກາໃຫ້ກວ້າງຂວາງເລິກເຊິ່ງ.
ວຽກງານວິສະເພາະ ໃຫ້ສືບຕໍ່ເອົາໃຈໃສ່ປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ປະຕິບັດ 3 ຕົວຊີ້ວັດທີ່ຍັງບໍ່ທັນບັນລຸຄາດໝາຍ ຮອດປີ 2024 ໃຫ້ບັນລຸຕາມແຜນການທີ່ວາງໄວ້, ວຽກງານປ້ອງກັນການແຜ່ລະບາດຂອງພະຍາດໄຂ້ຍູງລາຍ, ໄຂ້ມາເລເຣຍ ແລະພະຍາດຕິດຕໍ່ອື່ນໆ ຕ້ອງສືບຕໍ່ຄວບຄຸມຢ່າງເຂັ້ມງວດ ເພື່ອຫຼີກລຽງບໍ່ໃຫ້ມີການແຜ່ລະບາດ ແລະບໍ່ໃຫ້ມີກໍລະນີເສຍຊີວິດຄືປີຜ່ານໆມາ, ສືບຕໍ່ສັກຢາກັນພະຍາດໃຫ້ປະຊາຊົນເຂດລຽບຕາມຊາຍແດນ, ເອົາໃຈໃສ່ປະສານງານ, ຂໍທິດຊີ້ນໍາ, ຂໍການຊ່ວຍເຫຼືອຈາກພາກສ່ວນທີ່ກ່ຽວຂ້ອງເປັນປົກກະຕິຕໍ່ເນື່ອງ, ແພດໝໍ ທີ່ປະຈໍາຢູ່ໂຮງໝໍແຂວງ, ເມືອງ, ສຸກສາລາ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບດ້ານການບໍລິການທີ່ດີ ເປັນຕົ້ນ: ການເວົ້າຈາ, ການຕ້ອນຮັບ-ການປິ່ນປົວຄົນເຈັບ ຄວນເອົາໃຈໃສ່ໃຫ້ສູງກວ່າເກົ່າ ແລະໃຫ້ດີກ່ອນເກົ່າ.