ເອກະລັກເຜົ່າ ເສົາຫຼັກເມືອງ ດິນແດງເຮືອງ ກະເຟໝາກແໜ່ງ ແຫຼ່ງພະລັງງານນ້ຳຕົກ ດິນດຳດົກແຮ່ທາດ ມີຄ້ອງປະຮາດຕີວົງ ສົ່ງສຽງແຄນແດນວິລະຊົນ

ແຂວງເຊກອງ ແຈ້ງກ່ຽວກັບການສະເຫຼີມສະຫຼອງນບຸນປີໃໝ່ລາວ ພສ 2564

ແຂວງເຊກອງ ແຈ້ງກ່ຽວກັບການສະເຫຼີມສະຫຼອງນບຸນປີໃໝ່ລາວ ພສ 2564
------------------------------
ຫ້ອງວ່າການແຂວງເຊກອງ ໄດ້ອອກແຈ້ງການສະບັບເລກທີ 83/ຫວຂ, ລົງວັນທີ 30 ມີນາ 2021 ກ່ຽວກັບການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ກ່ຽວກັບການສະເຫຼີມສະຫຼອງບຸນປີໃໝ່ລາວປະຈໍາປີ ພສ 2564 ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກຍັງສືບຕໍ່ລະບາດໃນລະດັບຕ່າງໆ, ສະນັ້ນ ເພື່ອຮັບ ປະກັນໃຫ້ການສະເຫຼີມສະຫຼອງບຸນປີໃໝ່ລາວປີນີ້ ໄດ້ດໍາເນີນສອດຄ່ອງຕາມປະເພນີ ແລະເພື່ອພ້ອມກັນສືບຕໍ່ປະຕິບັດມາດຕະການຕ່າງໆໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ດ້ວຍຄວາມເປັນເຈົ້າການ ໂດຍເອົາໃຈໃສ່ບາງວຽກຈຸດສຸມຕົ້ນຕໍດັ່ງນີ້:
1: ກຳນົດວັນພັກສະຫຼອງປີໃໝ່ໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດແຕ່ວັນທີ 14, 15 ແລະ 16 ເມສາ 2021; 2: ການຈັດຕັ້ງສະຫຼອງບຸນປີໃໝ່ລາວໃຫ້ປະຕິບັດໃນຂອບຮີດຄອງປະເພນີ ແລະຂະນົບທໍານຽມອັນດີງາມ ເຊິ່ງຈັດຂຶ້ນຢູ່ພາຍໃນຄອບຄົວ, ສໍານັກງານ, ອົງການ, ວັດວາອາຮາມ ແລະສະຖານທີ່ສັກກະລະບູຊາຕ່າງໆ (ການບາສີສູ່ຂວັນ, ການສົງພະຕ່າງໆ);
3: ຫ້າມຈັດການສະແດງສິລະປະດົນຕຣີຢູ່ຕາມວັດວາອາຮາມ, ສະຖານທີ່ສາທາລະນະຕ່າງໆລວມທັງຢູ່ຕາມຫາດ (ແຄມນໍ້າ); ການຫົດນໍ້າກັນດ້ວຍນໍ້າເປື້ອນ, ນໍ້າສີ ຫຼື ນໍາໃຊ້ພາຫະນະ, ອຸປະກອນອື່ນໆ ເພື່ອຫົດນໍ້າຄົນອື່ນຢູ່ຕາມຫົນທາງ ແລະສະຖານທີ່ຕ່າງໆ; ງານສະແດງດົນຕີ (ຄອນເສີດ), ງານປະກວດນາງສັງຂານ, ແຫ່ນາງສັງຂານ, ການຈັດງານຕະຫຼາດນັດ (ຍົກເວັ້ນຢູ່ຕາມສະຖານທີ່ທີ່ລັດໄດ້ກໍານົດໄວ້); 4: ມອບໃຫ້ອົງການປົກຄອງທຸກຂັ້ນສົມທົບກັບກໍາລັງປ້ອງກັນອາວຸດຂັ້ນຕົ້ນ ເພີ່ມທະວີລາດຕະເວນຢູ່ຕາມບໍລິເວນຊາຍແດນ, ເຄື່ອນໄຫວເວນຍາມສໍານັກງານ-ອົງການ ແລະຕາມບ້ານຊ່ອງຕ່າງໆ, ຕິດຕາມຄົນເຂົ້າອອກດ່ານຢ່າງເຄັ່ງຄັດ ເພື່ອຮັກສາຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍ;
5: ມອບໃຫ້ກອງບັນຊາການ ປກສ ແຂວງສົມທົບກັບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເຝົ້າລະວັງຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕ້ານ ແລະແກ້ໄຂທຸກປະກົດການຫຍໍ້ທໍ້ໃນສັງຄົມໃຫ້ທັນການ; 6: ໃຫ້ຄະນະສະເພາະກິດສະກັດກັ້ນ ແລະປ້ອງກັນໂຄວິດ-19 ແຕ່ລະຂັ້ນ ສືບຕໍ່ປະຕິບັດໜ້າທີ່ຕົນດ້ວຍມາດຕະການຕ່າງໆ ເພື່ອແນໃສ່ຮັບປະກັນບໍ່ໃຫ້ມີການແຜ່ລະບາດພະຍາດໂຄວິດ-19 ໃນໄລຍະສະຫຼອງປີໃໝ່ນີ້ຢ່າງເດັດຂາດ; 7: ໃຫ້ພະແນກອຸດສາຫະກໍາ ແລະການຄ້າແຂວງສົມທົບກັບພາກສ່ວນກ່ຽວຂ້ອງຄຸ້ມຄອງລາຄາສິນຄ້າໃຫ້ມີຄວາມໝັ້ນທ່ຽງ ແລະປົກກະຕິ, ເດັດຂາດບໍ່ໃຫ້ຜູ້ປະກອບການສວຍໃຊ້ຊ່ອງວ່າງ ເພື່ອຂຶ້ນລາຄາສິນຄ້າທຸກປະເພດ;
8: ໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະອົງການປົກຄອງທຸກຂັ້ນ ຈັດຕັ້ງຜັນຂະຫຍາຍແຈ້ງການສະບັບນີ້ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະບ່ອນທັງຕິດຕາມ, ກວດກາ ແລະຊຸກຍູ້ການຈັດຕັ້ງປະຕິບັດຕົວຈິງ ແລະລາຍງານສະພາບການຕ່າງໆໃຫ້ຂັ້ນເທິງຖັດຕົນເປັນປົກກະຕິ ແລະ 9: ມອບໃຫ້ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ເພີ່ມທະວີການໂຄສະນາ ແລະເຜີຍແຜ່ເນື້ອໃນແຈ້ງການສະບັບນີ້ ໂດຍຕິດພັນກັບລະບຽບສະເພາະຂອງຕົນຜ່ານສື່ຕ່າງໆໃຫ້ພະນັກງານ, ທະຫານ-ຕຳຫຼວດ, ຜູ້ປະກອບການ ແລະປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ ແລະຈັດຕັ້ງປະຕິບັດໃຫ້ຖືກຕ້ອງ.