ເອກະລັກເຜົ່າ ເສົາຫຼັກເມືອງ ດິນແດງເຮືອງ ກະເຟໝາກແໜ່ງ ແຫຼ່ງພະລັງງານນ້ຳຕົກ ດິນດຳດົກແຮ່ທາດ ມີຄ້ອງປະຮາດຕີວົງ ສົ່ງສຽງແຄນແດນວິລະຊົນ

ແຂວງເຊກອງ ຈະສູ້ຊົນໃຫ້ GDP ບັນລຸ 1,8 ພັນຕື້ກີບ

ແຂວງເຊກອງ ຈະສູ້ຊົນໃຫ້ GDP ບັນລຸ 1,8 ພັນຕື້ກີບ
--------------------------
• ຂ່າວ: ສັນຍາ
* ແຂວງເຊກອງຕັ້ງເປົ້າໝາຍການພັດທະນາໃນປີ 2021 ໂດຍສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດເພີ່ມຂຶ້ນ 4% ແລະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 1.863 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 14,26 ລ້ານກີບຕໍ່ຄົນຕໍ່ປີ, ໃນນັ້ນຂະແໜງກະສິກໍາເພີ່ມຂຶ້ນ 7% ກວມເອົາ 41%; ອຸດສາຫະກໍາເພີ່ມຂຶ້ນ 4,5% ກວມເອົາ 23% ແລະການບໍລິການເພີ່ມຂຶ້ນ 3,2% ກວມເອົາ 36% ຂອງຈີດີພີ.
ຕາມການລາຍງານຂອງທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ຜູ້ຊີ້ນໍາຂົງເຂດເສດຖະກິດຂັ້ນແຂວງເມື່ອບໍ່ດົນນີ້ວ່າ: ແຜນພັດທະນາເສດຖະກິດ-ສັງຄົມແຂວງເຊກອງປະຈໍາປີ 2021 ແມ່ນຈະສຸມໃສ່ສືບຕໍ່ຮັບປະກັນໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ; ຮັບປະກັນຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍທາງສັມຄົມຢ່າງໜັກແໜ້ນ; ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະມີຄຸນນະພາບ ເພື່ອສ້າງຄວາມເຊື່ອໝັ້ນແກ່ນັກລົງທຶນພາກເອກະຊົນພາຍໃນ ແລະຕ່າງປະເທດ; ສືບຕໍ່ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງ ແລະຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ; ສຸມໃສ່ການພັດທະນາພື້ນຖານໂຄງລ່າງເປັນຕົ້ນເສັ້ນທາງ, ໄຟ ຟ້າ, ນໍ້າປະປາ ແລະຊົນລະປະທານ ເພື່ອສ້າງເງື່ອນໄຂອັນດີໃຫ້ແກ່ການສົ່ງເສີມການລົງທຶນ, ຊຸກຍູ້ການຜະລິດເປັນສິນຄ້າ ແລະການຂົນສົ່ງ; ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດ, ສ້າງກໍາລັງແຮງງານໃຫ້ມີສີມື, ຍົກສະ ມັດຕະພາບຂອງການຜະລິດໃຫ້ສູງຂຶ້ນ; ຊຸກຍູ້ສົ່ງເສີມ ແລະສ້າງຄວາມເຂັ້ມແຂງແກ່ຫົວໜ່ວຍທຸລະກິດໃຫ້ສາມາດແຂ່ງ ຂັນທັງພາຍໃນ ແລະຕ່າງປະເທດ; ຄຸ້ມຄອງນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີປະສິດທິຜົນຕາມທິດຍືນຍົງ ແລະສີ ຂຽວ.
ສະເພາະວຽກງານການລົງທຶນສູ້ຊົນລະດົມແຫຼ່ງທຶນທົ່ວສັງຄົມໃຫ້ໄດ້ 820,26 ຕື້ກີບກວມເອົາ 40% ຂອງຈີດີພີ ໃນນັ້ນທຶນຈາກງົບປະມານຂອງລັດໃຫ້ໄດ້ 65,62 ຕື້ກີບກວມເອົາ 8%; ທຶນຊ່ວຍເຫຼືອລ້າ-ກູ້ຢືມ 82,03 ຕື້ກີບກວມເອົາ 10%; ທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດ 672,62 ຕື້ກີບກວມເອົາ 82% ຂອງຄວາມຕ້ອງການທຶນທັງໝົດ.
ແນວໃດກໍຕາມ ເພື່ອບັນລຸຕາມແຜນການທີ່ວາງໄວ້ນັ້ນ ບັນດາພະແນກການຂັ້ນແຂວງ ແລະເມືອງຕ້ອງໄດ້ສຸມໃສ່ສ້າງແຜນພັດທະນາເສດຖະກິດ-ສັງຄົມໃຫ້ສອດຄ່ອງກັບທ່າແຮງບົ່ມຊ້ອນ, ຄວາມອາດສາມາດ ແລະແທດເໝາະກັບສະພາບຕົວຈິງຂອງຕົນ, ທັງນີ້ ກໍເພື່ອເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດໃນປີ 2021 ບັນລຸ 4% ແລະລວມຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍໄດ້ 14,26 ລ້ານກີບຕໍ່ຄົນຕໍ່ປີ. ທ່ານຮອງເຈົ້າແຂວງກ່າວ.
 
 
 
 
33