ເອກະລັກເຜົ່າ ເສົາຫຼັກເມືອງ ດິນແດງເຮືອງ ກະເຟໝາກແໜ່ງ ແຫຼ່ງພະລັງງານນ້ຳຕົກ ດິນດຳດົກແຮ່ທາດ ມີຄ້ອງປະຮາດຕີວົງ ສົ່ງສຽງແຄນແດນວິລະຊົນ

ເຊກອງດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 3 ສະໄໝທີ X

                                                      

ເຊກອງດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 3 ສະໄໝທີ X
• ຂ່າວ: ບູ້ສຸວັນ.
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 3 ສະໄໝທີ X ໄດ້ໄຂຂື້ນໃນລະຫວ່າງວັນທີ 18-19 ມີນາ 2021 ນີ້; ຢູ່ຊັ້ນ III ຫ້ອງປະຊຸມຂອງຫ້ອງວ່າການແຂວເຊກອງ, ໂດຍການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງເຊກອງ, ມີບັນດາ ຄະນະປະຈໍາພັກແຂວງ , ກຳມະການພັກແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງ ເຈົ້າເມືອງ 4 ເມືອງ ແລະ 2 ກຳລັງ ປກສ, ປກຊ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງ ການສະຫຼຸບຕີລາຄາຄືນຕໍ່ຜົນສຳເລັດຫຼາຍດ້ານໃນການນຳພາ-ຊີ້ນຳວຽກງານຂອງຄະນະບໍລິຫານງານພັກແຂວງຄັ້ງທີ 3 ສະໄໝທີ X ໃນ 1 ປີຜ່ານມາ (2020), ວາງທິດທາງແຜນການວຽກງານຈຸດສຸມປະຈຳປີ 2021 , ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງປະຈຳປີ 2021, ເຊີ່ງແມ່ນເປັນປີທຳອິດຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ( 2021-2025 ), ທີ່ຈະໄດ້ພ້ອມກັນສືບຕໍ່ຜັນຂະຫຍາຍ ແລະຈັດຕັ້ງປະຕິບັດຕາມການໄດ້ຮັບຮອງຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ແລະມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຕ່ລະຂັ້ນ (ຂັ້ນສູນກາງ ແລະທ້ອງຖິ່ນ) ເພື່ອໃຫ້ສອດຄ່ອງກັບທ່າແຮງ, ຄວາມອາດສາມາດ ແລະໃຫ້ແທດເໝາະກັບສະພາບຄວາມເປັນຈິງຕໍ່ແຜນພັດທະນາພື້ນຖານໂຄ່ງລາງເສດຖະກິດ-ສັງຄົມຂອງແຂວງ, ໂດຍສະເພາະແມ່ນຈະໄດ້ເອົາໃຈໃສ່ປະຕິບັດຕາມ 6 ເປົ້າໝາຍ 8 ແຜນງານໃຫຍ່ທີ່ເປັນບູລິມະສິດ, ທີ່ຈະຊຸກຍູ້ເຮັດໃຫ້ເສດຖະກິດມີການເຕີບໃຫຍ່ຂະຫຍາຍຕົວ, ເຂົ້າສູ່ຂະແໜງການ ແລະຊີວິດຕົວຈີງຂອງປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກໄດ້, ນອກຈາກນັ້ນກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າ ແລະແລກປ່ຽນປະກອບຄຳຄິດຄຳເຫັນຕໍ່ແຜນດຳເນີນງານຕ່າງໆທີ່ຈະໄດ້ຈັດຕັ້ງປະຕິບັດຢ່າງກົງໄປກົງມາ.
ຕອນທ້າຍ ສະຫາຍ ເລຂາພັກແຂວງເຈົ້າແຂວງເຊກອງ, ໄດ້ເນັ້ນໜັກ ແລະຮຽກຮ້ອງໃຫ້ບັນດາຄະນະບໍລິຫານງານພັກແຂວງທຸກສະຫາຍ ເພີ້ມທະວີເອົາໃຈໃສ່ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານການເມືອງ, ນໍາເອົາເນື້ອໃນຂອງກອງປະຊຸມດັ່ງກ່າວໄປຜັນຂະຫຍາຍຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕາມການແບ່ງຄວາມຮັບຜິດຊອບຂອງຕົນ, ໃຫ້ເກີດປະໂຫຍດສູງສຸດແກ່ປະເທດຊາດ, ບ້ານເມືອງກໍ່ຄືປະຊາຊົນບັນດາເຜົ່າຊາວແຂວງເຊກອງ.