ເອກະລັກເຜົ່າ ເສົາຫຼັກເມືອງ ດິນແດງເຮືອງ ກະເຟໝາກແໜ່ງ ແຫຼ່ງພະລັງງານນ້ຳຕົກ ດິນດຳດົກແຮ່ທາດ ມີຄ້ອງປະຮາດຕີວົງ ສົ່ງສຽງແຄນແດນວິລະຊົນ

ແຂວງເຊກອງ ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 66 ປີ


                 

ແຂວງເຊກອງ ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 66 ປີ
--------------------------
• ຂ່າວ: ສັນຍາ
* ໃນວັນທີ 24 ມີນາ 2021 ແຂວງເຊກອງໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວຄົບຮອບ 66 ປີ (22 ມີນາ 1955-22 ມີນາ 2021) ພາຍໃຕ້ການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງເຊກອງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະພັກຮາກຖານ-ຄະນະໜ່ວຍຮາກຖານ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ, ນາຍ ແລະພົນທະຫານ-ຕໍາຫຼວດເຂົ້າຮ່ວມ.
ໃນພິທີສະຫາຍ ເຫຼັກໄຫຼ ສີວິໄລ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະມູນເຊື້ອອັນສະຫງ່າລາສີຂອງພັກນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ ເຊິ່ງເປັນພັກ ທີ່ມີການນໍາພາອັນສະຫຼາດສ່ອງໄສ, ນໍາພາ-ຊີ້ນໍາປະຊາຊົນລາວບັນດາເຜົ່າໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະແບບໃໝ່ ຈົນສາ ມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນວັນທີ 2 ທັນວາ 1975 ແລະສືບຕໍ່ນໍາພາປະຊາຊົນລາວໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຕາມແນວທາງທີ່ພັກໄດ້ກໍານົດໄວ້.
ກ່ອນໜ້ານີ້ 66 ປີຄື: 22 ມີນາ 1955 ພັກປະຊາຊົນລາວ ເຊິ່ງເປັນ ພັກປະຊາຊົນປະຕິວັດລາວໃນປະຈຸບັນ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນປະທານ ໄກສອນ ພົວວິຫານ ເປັນຫົວໜ້າ ເພື່ອສືບທອດພາລະກິດອັນສະຫງ່າງາມຂອງພັກກອມມູນິດອິນດູຈີນ ໃນການນໍາພາຂະບວນການປະຕິວັດຂອງປະເທດເຮົາໂດຍກົງ ເຊິ່ງການກໍາເນີດເກີດຂຶ້ນຂອງພັກປະຊາຊົນ ປະຕິວັດລາວແມ່ນຂີດໝາຍ ແລະເປັນບາດລ້ຽວປະຫວັດສາດອັນສໍາຄັນຍິ່ງ ໃນວິວັດທະນາການຂອງຊາດລາວເຮົາ ໄດ້ກ້າວຂຶ້ນສູ່ຄຸນນະພາບໃໝ່ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ປົດປ່ອຍປະຊາຊົນ ທັງເປັນການເປີດເສັ້ນທາງອັນສະຫວ່າງສະໄຫວແຫ່ງການນໍາພາຊາດລາວເຮົາ ກ້າວໄປສູ່ຄວາມເປັນເອກະລາດ ແລະສ້າງສາບ້ານເມືອງໄປສູ່ຄວາມວັດທະນາຖາວອນ.
ສະຫາຍ ເຫຼັກໄຫຼ ສີວິໄລ ຍັງໄດ້ກ່າວອີກວ່າ: ເມື່ອທົບທວນຄືນເສັ້ນທາງແຫ່ງການຕໍ່ສູ້ອັນລະອິດລະອ້ຽວ ແລະມີໄຊສະຫງ່າງາມຂອງຊາດເຮົາ, ປະຊາຊົນບັນດາເຜົ່າມີຄວາມເອກອ້າງທະນົງໃຈຢ່າງຫາອັນໃດປຽບທຽບບໍ່ໄດ້ທີ່ເຫັນວ່າຕະຫຼອດໄລຍະ 66 ປີຜ່ານມາ ພັກປະຊາຊົນປະຕິວັດລາວ ໄດ້ນຳພາທົ່ວປວງຊົນລາວບັນດາເຜົ່າ ດໍາເນີນການຕໍ່ສູ້ຕ້ານການຮຸກຮານ ແລະແຊກແຊງຂອງພວກຈັກກະພັດລ່າເມືອງຂຶ້ນ, ເຮັດສໍາເລັດພາລະກິດປົດປ່ອຍຊາດ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ແລະຍາດເອົາຜົນສໍາເລັດໃນການຮໍາບາດແຜ່ສົງຄາມ, ສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ ອັນໄດ້ເຮັດໃຫ້ປະເທດຊາດ ແລະປະຊາຊົນມີຊີວິດການເປັນຢູ່ນັບດີຂຶ້ນ.
ຂະນະດຽວກັນ ກໍຍັງໄດ້ປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະເສຍສະ ຫຼະຊີວິດເພື່ອປະເທດຊາດ ຄົບຮອບ 75 ປີ (21 ມີນາ 1946-21 ມີນາ 2021) ທັງນີ້ ກໍເພື່ອທົບທວນຄືນມູນເຊື້ອ ແລະໄຊຊະນະປະຫວັດສາດຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກເຮົາ, ທັງເປັນການເພີ່ມທະວີສຶກສາອົບຮົມພະນັກ ງານ, ສະມາຊິກພັກ, ນັກຮົບ, ລັດຖະກອນ ແລະປະຊາຊົນບັນດາເຜົ່າກ່ຽວກັບນໍ້າໃຈຮັກຊາດ, ມູນເຊື້ອສາມັກຄີປອງດອງປະຊາຊົນບັນດາເຜົ່າ ແລະຊັ້ນຄົນ, ນໍ້າໃຈຕໍ່ສູ້ອັນອົງອາດກ້າຫານຂອງກອງທັບ ແລະປະຊາຊົນເຮົາ.