ເຊກອງ ຖືການຜະລິດເປັນສິນຄ້າຕໍ່ຍອດເສດຖະກິດສ້າງລາຍຮັບ
ເຊກອງ ຖືການຜະລິດເປັນສິນຄ້າຕໍ່ຍອດເສດຖະກິດສ້າງລາຍຮັບ
------------------------
• ຂ່າວ : ສັນຍາ
* ແຂວງເຊກອງໄດ້ຍົກສູງປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ດ້ວຍການຊຸກຍູ້ຢ່າງແຂງແຮງໃນການພັດທະນາເສດຖະກິດ ໂດຍຖືເອົາການຜະລິດເປັນສິນຄ້າ, ສົ່ງເສີມຫົວຄິດປະດິດສ້າງຂອງປະຊາຊົນ, ປຸກລະດົມແນວຄວາມຄິດເພີ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອແນໃສ່ໃຫ້ເສດຖະກິດຂະຫຍາຍຕົວໄດ້ຢ່າງຕໍ່ເນື່ອງໄປພ້ອມກັບດ້ານຕ່າງໆ.
ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ຜູ້ຊີ້ນໍາເສດຖະກິດຂັ້ນແຂວງໃຫ້ສໍາພາດວ່າ: ໃນປີ 2020 ຜ່ານມາ ເຊກອງຖືວ່າເປັນອີກແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ແລະການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ພາຍໃຕ້ການນໍາພາຂອງອົງຄະນະພັກ ແຂວງກໍ່ສາມາດຍາດໄດ້ຜົນງານຫຼາຍດ້ານສຳລັບການພັດທະນາເສດ ຖະກິດໄດ້ຍົກສູງປັບປຸງຊີວີດການເປັນຢູຂອງປະຊາຊົນ ດ້ວຍການຊຸກຍູ້ຢ່າງແຂງແຮງໃນການພັດທະນາເສດຖະກິດ-ສັງ ຄົມ ໂດຍຖືເອົາການຊຸກຍູ້ການຜະລິດເປັນສີນຄ້າ, ສົ່ງເສີມຫົວຄິດປະດິດສ້າງຂອງປະຊາຊົນ, ປຸກລະດົມແນວຄິດເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແນໃສ່ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງໄປພ້ອມກັບດ້ານຕ່າງໆເປັນຕົ້ນວຽກງານກະສິກຳ ແລະປ່າໄມ້.
ສໍາລັບວຽກການຜະລິດໃນ 2020 ຜ່ານມາ ສາມາດປູກເຂົ້າໄດ້ 12.388 ເຮັກຕາ, ເກັບກູ້ຜົນຜະລິດໄດ້ 42.536 ໂຕນ, ສະເລຍເຂົ້າກິນໃສ່ຫົວຄົນໄດ້ 302,7 ກິໂລຕໍ່ຄົນຕໍ່ປີ; ປູກພືດເປັນສິນຄ້າໄດ້ 5.174 ເຮັກຕາ, ເກັບຜົນຜະລິດ 36.366 ໂຕນ ແລະປູກພືດເປັນສິນຄ້າໄດ້ 23.741 ເຮັກຕາ, ເກັບກູ້ຜົນຜະລິດໄດ້ 337.951 ໂຕນ, ເຮັດໃຫ້ສາມາດສົ່ງອອກຜະລິດຕະພັນກະສິກໍາທັງພາຍໃນ ແລະຕ່າງປະເທດໄດ້ທັງໝົດ 17.142 ໂຕນຄິດເປັນມູນຄ່າເກືອບ 10 ລ້ານໂດລາ.
ໄປພ້ອມໆກັນ ບັນດາຫ້າງຮ້ານ, ຫົວໜ່ວຍທຸລະກິດຕ່າງໆໄດ້ຮັບການຄຸ້ມຄອງ ແລະກວດກາປົກກະຕິ, ການພັດທະນາພື້ນຖານໂຄງລ່າງໄດ້ຮັບການປັບປຸງ ແລະກໍ່ສ້າງໃໝ່ນັບມື້ດີຂຶ້ນເປັນກ້າວໆ ເຊິ່ງປະຈຸບັນທົ່ວແຂວງມີເສັ້ນທາງ 286 ເສັ້ນ, ຍາວ 2 ພັນກວ່າກິໂລແມັດ, ມີບ້ານທີ່ມີເສັ້ນທາງເຂົ້າເຖິງ 195 ບ້ານກວມເອົາ 98,9% ຂອງບ້ານທັງໝົດທົ່ວແຂວງ, ໄດ້ຂະຫຍາຍຕາຂ່າຍໄຟຟ້າເຂົ້າຫາບ້ານໃນທົ່ວແຂວງ ແລະຂົງເຂດອື່ນໆກໍມີທ່າຂະຫຍາຍຕົວ.
ສຳລັບການພັດທະນາໃນປີ 2021 ທ່ານ ຂັນຕີ ສີລະວົງສາ ໄດ້ເວົ້າວ່າ: ແຂວງໄດ້ຕັ້ງເປົ້າໝາຍສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 1.863 ຕື້ກີບທຽບໃສ່ປີຜ່ານມາເພີ່ມຂຶ້ນ 4% ແລະມູນຄ່າ (GDP) ຕໍ່ຫົວຄົນໃຫ້ໄດ້ 14,26 ລ້ານກີບ ຫຼື ເທົ່າກັບ 1.761 ໂດລາຕໍ່ຄົນຕໍ່ປີ, ໃນນັ້ນຜະລິດຕະພັນກະສິກໍາ-ປ່າໄມ້ເພີ່ມຂຶ້ນ 7% ກວມເອົາ 41%; ຂະແໜງອຸດສາຫະກໍາເພີ່ມຂຶ້ນ 4,5% ກວມເອົາ 23% ແລະຂະແໜງບໍລິການເພີ່ມຂຶ້ນ 3,2% ກວມເອົາ 36% ຂອງ GDP.