ແຂວງເຊກອງ ຈະເລີນເຕີບໃຫຍ່ ແລະເຂັ້ມແຂງຮອບດ້ານ
ແຂວງເຊກອງ ຈະເລີນເຕີບໃຫຍ່ ແລະເຂັ້ມແຂງຮອບດ້ານ
------------------------------
• ໂດຍ: ສັນຍາ
* 66 ປີຜ່ານມາ ພັກປະຊາຊົນ ປະຕິວັດລາວ ຍາມໃດກໍເອົາໃຈໃສ່ຝຶກຝົນຫຼໍ່ຫຼອມ ແລະກໍ່ສ້າງຕົນເອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຮັກສາໄດ້ທາດແທ້ພັກແບບໃໝ່ຂອງຊົນຊັ້ນກໍາມະກອນ, ທັງມີຄວາມປີຊາສາມາດ ແລະສະຫຼາດສ່ອງໃສໃນການນໍາພາການປະຕິວັດລາວ, ສົມແລ້ວທີ່ເປັນກອງນໍາໜ້າປະຕິວັດ ທີ່ເດັດດ່ຽວໜຽວແໜ້ນຂອງຊົນຊັ້ນກໍາມະກອນ, ຂອງປະຊາຊົນຜູ້ອອກແຮງງານ ແລະຂອງຊາດລາວ, ເປັນຜູ້ຈັດຕັ້ງ ແລະນໍາພາທຸກໄຊຊະນະຂອງການປະຕິວັດລາວ.
ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (22 ມີນາ 1955-22 ມີນາ 2021) ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງເຊກອງໃຫ້ສໍາພາດຕໍ່ນັກຂ່າວວ່າ: ຕະຫຼອດໄລຍະ 66 ປີ ແຫ່ງການນໍາພາຂອງພັກປະຊາ ຊົນປະຕິວັດລາວ ທີ່ສະຫຼາດສ່ອງໃສ ແລະປີຊາສາມາດ ເຊິ່ງພັກຍາດໄດ້ຜົນງານອັນໃຫຍ່ຫຼວງໃນຫຼາຍດ້ານນ ໂດຍສະເພາະແມ່ນໄດ້ນໍາພາປວງຊາຊົນລາວທັງຊາດຕໍ່ສູ້ຕ້ານຈັກ ກະພັດຜູ້ຮຸກຮານໄດ້ຢ່າງມີໄຊ ແລະສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ແລະພັກເຮົາໄດ້ສືບຕໍ່ພາລະກິດປ່ຽນແປງໃໝ່ ເພື່ອນໍາພາປວງຊົນລາວທັງຊາດເຮັດໜ້າທີ່ປົກປັກຮັກສາ ແລະພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
66 ປີ ແຫ່ງການນໍາພາ-ຊີ້ນໍາຂອງພັກປະຊາຊົນ ປະຕິວັດລາວ ເຮັດໃຫ້ທົ່ວປະເທດມີສະຖຽນລະພາບທາງດ້ານການເມືອງ, ດ້ານພື້ນຖານໂຄງລ່າງທະໜົນຫົນທາງ, ລະບົບຕາຂ່າຍໄຟຟ້າ, ນໍ້າປະປາ ແລະສິ່ງເອື້ອອໍານວຍອື່ນໆໄດ້ຮັບການພັດທະນາດີຂຶ້ນ, ສັງຄົມມີຄວາມສະຫງົບ, ປະຊາຊົນມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ພ້ອມກັນສ້າງສາພັດທະນາຄອບຄົວໃຫ້ມີຢູ່ມີກິນ ແລະຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເທື່ອລະກ້າວ.
ສະຫາຍ ເຫຼັກໄຫຼ ສີວິໄລ ກ່າວຕື່ມວ່າ: ເມື່ອກ່ອນແຂວງເຊກອງເປັນສ່ວນໜຶ່ງຂອງແຂວງສາລະວັນ ແລະມາເປັນແຂວງຕະເວັນອອກ ຊຶ່ງໄດ້ຮັບການສ້າງຕັ້ງເປັນແຂວງເຊກອງໃນວັນທີ 14 ເມສາ 1984 ໂດຍແມ່ນທ່ານ ໂບເຍີນ ເລຫວຽດມ່ວງ ເປັນເລຂາພັກແຂວງ, ປະທານອົງການປົກຄອງແຂວງ (ປະຈຸບັນເອີ້ນວ່າເຈົ້າແຂວງ) ໃນໄລຍະນັ້ນ ພື້ນຖານໂຄງລ່າງດ້ານຕ່າງໆຂອງແຂວງແມ່ນແບບປະຖົມປະຖານ, ເຮືອນມຸ້ງດ້ວຍຫຍ້າ, ແອ້ມ ແລະປູດ້ວຍໄມ້ປ່ອງ, ກົງຈັກການຈັດຕັ້ງຂອງພັກ-ລັດຍັງອ່ອນນ້ອຍ, ການດໍາລົງຊີວິດຂອງປະຊາຊົນຕິດພັນກັບທໍາມະຊາດ ແລະພື້ນຖານການຜະລິດຍັງບໍ່ທັນຫຼາກຫຼາຍ.
ເມື່ອຫວນຄືນການປະຕິວັດນັບແຕ່ມື້ສ້າງຕັ້ງແຂວງເຊກອງເຫັນວ່າ: ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບນັບມື້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະທັນສະໄໝຂຶ້ນເທື່ອລະກ້າວ; ກໍາລັງປະກອບອາວຸດໄດ້ຮັບການປັບປຸງເຕີບໃຫຍ່ທາງດ້ານກົງຈັກການຈັດຕັ້ງ, ກາຍເປັນປັດໄຈພື້ນຖານທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດ, ການທໍາມາຫາກິນ ແລະການຄ້າຂາຍຂອງປະຊາຊົນ, ເປັນເຈົ້າການຕ້ານ, ສະກັດກັ້ນ ແລະແກ້ໄຂໜໍ່ແໜງຂອງປັດໄຈຄວາມບໍ່ສະຫງົບໃນສັງຄົມ ຊຶ່ງເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ-ເປັນລະບຽບຮຽບຮ້ອຍ ແລະປະຊາຊົນມີຄວາມສາມັກຄີປອງດອງ.
ສະຫາຍ ເຫຼັກໄຫຼ ສີວິໄລ ກ່າວຕື່ມວ່າ: ຕະຫຼອດໄລຍະ 30 ກວ່າປີນັບແຕ່ມື້ສ້າງຕັ້ງ ໂດຍສະເພາະໃນ 5 ປີຜ່ານມາ ແຫ່ງການຜັນຂະຫຍາຍມະຕິ X ຂອງສູນກາງພັກ, ມະຕິ IX ຂອງອົງຄະນະພັກແຂວງ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII, ເສດຖະກິດຂອງແຂວງເຊກອງຂະຫຍາຍຕົວເພີ່ມຂຶ້ນຕໍ່ເນື່ອງ, ໂຄງປະກອບເສດ ຖະກິດໄດ້ມີການຫັນປ່ຽນ ແລະທັງສອດຄ່ອງກັບຄວາມເປັນຈິງ, ການພັດທະນາພື້ນຖານໂຄງລ່າງເສັ້ນທາງຄົມມະນາ ຄົມ, ລະບົບຕາຂ່າຍໄຟຟ້າ, ນໍ້າປະປາຊຸມຊົນ, ໂຮງຮຽນ-ໂຮງໝໍ ແລະສິ່ງອໍານວຍຄວາມສະດວກອື່ນໆໄດ້ຮັບການພັດທະນາຈາກຕົວເມືອງໄປສູ່ຊົນນະບົດຫຼາຍຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນກໍໄດ້ຮັບການພັດທະນາ ແລະຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ອັນພົ້ນເດັ່ນການພັດທະນາແຂວງເຊກອງໃນໄລຍະຜ່ານມາ ແມ່ນການພັດທະ ນາເສດັ້ນທາງຄົມມະນາຄົມຂົນສົ່ງ ໂດຍແຂວງເຊກອງມີເສັ້ນທາງ 16A ຜ່ານໄປຍັງແຂວງອັດຕະປື, ເສັ້ນທາງ 16B (ເຊກອງ-ດາກຈຶງ) ອອກໄປສູ່ຊາຍແດນຫວຽດນາມ ແລະເສັ້ນທາງຊົນນະບົດອື່ນໆ.
ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງກ່າວຕື່ມອີກວ່າ: ເພື່ອສືບຕໍ່ເສີມຂະຫຍາຍເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາແຂວງເຊກອງໃຫ້ນັບມື້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ພວກເຮົາຈົ່ງຍຶດໝັ້ນແນວທາງການປ່ຽນແປງໃໝ່ຮອບດ້ານ ແລະມີຫຼັກການຂອງພັກຢ່າງເດັດດ່ຽວໜຽວແໜ້ນ; ຍຶດໝັ້ນຖືເອົາການພັດທະນາເສດຖະກິດເປັນໃຈກາງຕິດແໜ້ນກັບການພັດທະສັງຄົມ, ການອະນຸລັກຮັກສາວັດທະນະທໍາອັນດີ ແລະການປົກປັກຮັກສາສິ່ງແວດລ້ອມຕາມທິດຍືນຍົງ; ການຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມ 4 ເນື້ອໃນ 4 ຄາດໝາຍ; ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ຄວາມເປັນແບບຢ່າງນໍາໜ້າ, ຄວາມສາມາດນໍາພາ ແລະກໍາລັງແຮງຂອງຄະນະພັກແຕ່ລະຂັ້ນ; ເຊີດຊູບົດບາດຄວາມເປັນແບບຢ່າງນໍາໜ້າຕໍ່ສູ້ຂອງຖັນແຖວສະມາຊິກ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນການຈັດຕັ້ງຂອງພັກ-ລັດ ກໍຄືຖັນແຖວສະມາຊິກພັກ-ພະນັກງານຢ່າງເປັນເຈົ້າການ, ທັງນີ້ ກໍເພື່ອແນໃສ່ພ້ອມກັນພັດທະນາແຂວງເຊກອງໃຫ້ນັບມື້ຈະເລີນຮຸ່ງເຮືອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.