ມອບ-ຮັບ ໃບຢັ້ງຢືນ ຖິ່ນກຳເນີດຊາປາກຊ່ອງ ແລະ ກາເຟບໍລະເວນ
ວັນທີ 25 ກັນຍາ 2020,ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ຖິ່ນກຳເນີດ ຊາປາກຊ່ອງແລະກາເຟບໍລະເວນ ເຊິ່ງພິທີມອບ-ຮັບໃບຢັ້ງຢືນຈັດຂຶ້ນທີ່ໂຮງແຮງປາກຊ່ອງ. ໃຫ້ກຽດມອບໂດຍ ທ່ານ ປອ.ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ແລະ ຮັບໂດຍ ຕາງໜ້າ ສະມາຄົມສົ່ງເສີມກາເຟບໍລະເວນ ແລະ ຊາປາກຊ່ອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ສຈ. ປອ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ,ທ່ານ ປອ.ວິໄລວົງ ບຸດດາຄຳ ເຈົ້າແຂວໆຈຳປາສັກ, ມີບັນດາທ່ານ ເຈົ້າແຂວງ,ຮອງເຈົ້າແຂວງ, ຈາກແຂວງຈຳປາສັກ,ເຊກອງ ແລະ ແຂວງສາລະວັນ. ນອກນັ້ນຍັງມີບັນດາທ່ານ ການນຳຈາກພະແນກການ,ສະມາຄົມສົ່ງເສີມກາເຟປາກຊ່ອງ ແລະ ຊາ ພ້ອມສະມາຊິກ ແລະ ຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີມອບ-ຮັບຄັ້ງນີ້ ທ່ານ ປອ.ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ໄດ້ລາຍງານໃຫ້ຮູ້ວ່າ:ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດແລະເຕັກໂນໂລຊີໃນນາມເປັນຜູ້ຮັບຜິດຊອບຈັດຕັ້ງປະຕິບັດວຽກງານຖິ່ນກໍາເນີດໄດ້ລິເລີ່ມມາແຕ່ປີ 2007 ໂດຍແມ່ນກະຊວງກະສິກໍາແລະປ່າໄມ້ຮ່ວມກັບອົງການພັດທະນາຂອງປະເທດຝະລັ່ງຫຼື AFD ໄດ້ຈັດຕັ້ງປະຕິບັດໂຄງການແຫຼ່ງກໍາເນີດຜະລິດຕະພັນ (PEIG) ໂດຍໄດ້ມີການສຶກສາກ່ຽວກັບສິນຄ້າເອກະລັກທ້ອງຖິ່ນທີ່ມີທ່າແຮງເພື່ອຈົດທະບຽນຖິ່ນກໍາເນີດຈໍານວນທັງຫມົດ 19 ລາຍການແລະໃນນັ້ນໄດ້ມີການລົງເລິກສຶກສາຄວາມເປັນໄປໄດ້ທາງດ້ານຕະຫຼາດແລະເສດຖະກິດຂອງການຈົດທະບຽນຖິ່ນກໍາເນີດຂອງສິນຄ້າເອກະລັກທ້ອງຖິ່ນຈໍານວນ5 ລາຍການຄື: 1). ກາເຟພູພຽງບໍລະເວນ, 2). ໄຄແຜ່ນຫຼວງພະບາງ, 3) ຜ້າໄໝລາວ, 4) ເຂົ້າໄກ່ນ້ອຍຈາກແຂວງຊຽງຂວາງແລະຫົວພັນ, 5) ຊາຈາກເມືອງປາກຊ່ອງແລະຜົ້ງສາລີ.
ຫຼັງຈາກນັ້ນກະຊວງວິທະຍາສາດແລະເຕັກໂນໂລຊີກົມຊັບສິນທາງປັນຍາໄດ້ມີການຈັດຕັ້ງປະຕິບັດຕາມຂັ້ນຕອນຕ່າງໆ. ຈົນເຖິງວັນທີ 14 ກັນຍາປີ 2020 ກົມຊັບສິນທາງປັນຍາຈຶ່ງໄດ້ອອກໃບຢັ້ງຢືນຖິ່ນກໍາເນີດຊາປາກຊ່ອງແລະກາເຟບໍລະເວນພ້ອມທັງອອກໃບອະນຸຍາດນໍາໃຊ້ກາໝາຍຖິ່ນກໍາເນີດແຫ່ງຊາດໃຫ້ສະມາຄົມສົ່ງເສີມຊາປາກຊ່ອງແລະກາເຟບໍລະເວນຄຸ້ມຄອງຕາມພາລະບົດບາດທີ່ກໍານົດໄວ້ໃນກົດລະບຽບຂອງສະມາຄົມຈົນປະສົບຜົນສໍາເລັດນີ້ເປັນສິ່ງຊີ້ໃຫ້ເຫັນເຖິງການໃຫ້ຄວາມສໍາຄັນຂອງທຸກພາກສ່ວນກ່ຽວຂ້ອງໃນການສົ່ງເສີມການປົກປ້ອງຊັບສິນທາງປັນຍາທີ່ເປັນເອກະລັກຂອງຊຸມຊົນໃນທ້ອງຖິ່ນແບບດັ່ງເດີມ.
ການຈົດທະບຽນນອກຈາກເປັນການປົກປ້ອງຖິ່ນກໍາເນີດຍັງຈະເຮັດໃຫ້ຊາປາກຊ່ອງແລະກາເຟບໍລະເວນມີມູນຄ່າເພີ່ມສູງຂຶ້ນເນື່ອງຈາກຊາປາກຊ່ອງແລະກາເຟບໍລະເວນຕ້ອງຜ່ານການກວດກາຄວາມຖືກຕ້ອງຕາມຂັ້ນຕອນການຜະລິດທີ່ກໍານົດໄວ້ພ້ອມທັງມີການຢັ້ງຢືນຈາກໜ່ວຍງານຢັ້ງຢືນທີ່ຜ່ານການຮັບຮອງຕາມມາດຕະຖານສາກົນຈຶ່ງຈະເຮັດໃຫ້ຊາປາກຊ່ອງແລະກາເຟບໍລະເວນທີ່ຈໍາໜ່າຍໃນທ້ອງຕະຫຼາດຫຼືສົ່ງອອກໄປຕ່າງປະເທດສາມາດຕິດກາໝາຍຖິ່ນກໍາເນີດແຫ່ງຊາດທີ່ຄຸ້ມຄອງໂດຍກົມຊັບສິນທາງປັນຍາກະຊວງວິທະຍາສາດແລະເຕັກໂນໂລຊີໃສ່ສະຫຼາກສິນຄ້າໄດ້. ການກວດກາແລະຢັ້ງຢືນດັ່ງກ່າວເປັນການຮັບປະກັນຕໍ່ຜູ້ບໍລິໂພກທາງດ້ານຄຸນນະພາບທີ່ເປັນເອກະລັກແລະແຫຼ່ງທີ່ມາທີ່ແທ້ຈິງຂອງສິນຄ້າຊຶ່ງຈະເຮັດໃຫ້ຜູ້ບໍລິໂພກພໍໃຈຊື້ຊາປາກຊ່ອງແລະກາເຟບໍລະເວນໃນລາຄາທີ່ສູງຂຶ້ນ.
ທ່ານສຈ. ປອ. ບໍ່ວຽງຄໍາວົງດາລາລັດຖະ ມົນຕີກະຊວງວິທະຍາສາດແລະເຕັກໂນໂລຊີກ່າວ່າ : ການຈົດທະບຽນປົກປ້ອງຖິ່ນກໍາ ເນີດຊາປາກຊ່ອງແລະກາເຟບໍລະເວນແມ່ນແນໃສ່ປົກປ້ອງຊື່ສຽງແລະອະນຸລັກຮັກສາຄຸນນະພາບທີ່ມີເອກະລັກສະເພາະຂອງຊາປາກຊ່ອງແລະກາເຟບໍລະເວນ , ມີປະຫວັດຄວາມເປັນມາທີ່ຍາວ ນານຕິດພັນກັບວັດທະນະທໍາແລະວິຖີການດໍາລົງຊີວິດຂອງປະຊາຊົນຢູ່ພູພຽງບໍລະເວນມາໄດ້ຫຼາຍສະຕະວັດແລ້ວ , ການປົກປ້ອງພູມປັນຍາທ້ອງຖິ່ນ ແບບດັ້ງເດີມໃຫ້ເປັນຊັບສິນທາງປັນຍາຂອງທ້ອງຖິ່ນນັ້ນທີ່ເປັນການສົ່ງເສີມໃຫ້ມີການສືບທອດພູມປັນຍາທ້ອງຖິ່ນຈາກບັນພະບູລຸດສູ່ຄົນຮຸ່ນປະຈຸບັນແລະຈະອະນຸລັກຕໍ່ໆໄປຢ່າງຍືນຍົງ.
ສໍາລັບວຽກງານຖິ່ນກໍາເນີດ ໃນຕໍ່ຫນ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີແຜນຈະເຂົ້າເປັນພາຄີຂອງສົນທິສັນຍາເຈນນີວາວ່າດ້ວຍການຈົດທະບຽນສາກົນກ່ຽວກັບຖິ່ນກໍາເນີດຊຶ່ງຈະເປັນການເອື້ອຍອໍານວຍຄວາມສະດວກ ແລະ ປະຢັດຄ່າໃຊ້ຈ່າຍຫຼາຍຂຶ້ນໃຫ້ແກ່ສິນຄ້າຖິ່ນກໍາເນີດຂອງລາວທີ່ຈະຈົດທະບຽນຢູສາກົນ