ເອກະລັກເຜົ່າ ເສົາຫຼັກເມືອງ ດິນແດງເຮືອງ ກະເຟໝາກແໜ່ງ ແຫຼ່ງພະລັງງານນ້ຳຕົກ ດິນດຳດົກແຮ່ທາດ ມີຄ້ອງປະຮາດຕີວົງ ສົ່ງສຽງແຄນແດນວິລະຊົນ

ສະພາປະຊາຊົນແຂວງເຊກອງດໍາເນີນກອງປະຊຸມສະໄໝວິສາມັນ ຊຸດທີI ເພື່ອຮັບຮອງເອົາເຈົ້າແຂວງ ແລະ ຮອງເຈົ້າແຂວງຄົນໃໝ່

                                 

    ກອງປະຊຸມວິສາມັນຂອງສະ ພາປະຊາຊົນ (ສພຂ) ແຂວງເຊກອງຊຸດທີ I ໄດ້ໄຂ ຂຶ້ນແລະອັດລົງຢ່າງເປັນທາງການໃນວັນທີ 22 ກັນຍາ 2020 ຢູ່ສະໂມສອນສະພາປະຊາ ຊົນແຂວງໂດຍການເປັນປະທານຂອງທ່ານພອນເພັດຄິວລະວົງສະຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 16 ປະທານສະພາປະຊາຊົນແຂວງ ແລະເຂົ້າຮ່ວມມີທ່ານເຫຼັກໄຫຼສີວິໄລ , ເລຂາພັກແຂວງ, ເຈົ້າແຂວງໆເຊກອງ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ສະມາຊິກສະພາປະຊາຊົນ ແຂວງ , ຫົວຫນ້າ - ຮອງພະແນກ, ນັກປະຕິວັດອາວຸໂສ, ເຂົ້າຮ່ວມ
ທ່ານພອນເພັດຄິວລະວົງປະທານສະພາປະຊາຊົນແຂວງໄດ້ກ່າວວ່າ : ຕະຫຼອດໄລຍະການດໍາເນີນກອງ ປະຊຸມຄັ້ງນີ້ໄດ້ສຸມໃສ່ພິຈາລະນາແລະຕົກລົງບັນຫາທີ່ສໍາຄັນຈໍານວນຫນຶ່ງເຊັ່ນ : ຮັບຟັງການຜ່ານມະຕິຕົກລົງ ຂອງຄະນະປະຈໍາສະພາປະຊາຊົນແຂວງວ່າດ້ວຍການຍົກຍ້າຍສສຂປະຈໍາການໄປຮັບຫນ້າທີ່ໃຫມ່ , ພິຈາລະນາ, ຮັບຮອງເອົາການສະເຫນີແຕ່ງຕັ້ງ ເຈົ້າແຂວງຜູ້ໃຫມ່ , ພິຈາລະນາ, ຮັບຮອງເອົາການສະເຫນີແຕ່ງຕັ້ງ ຮອງເຈົ້າແຂວງ, ຫົວຫນ້າພະແນກ, ຫົວຫນ້າອົງການລັດທຽບເທົ່າພະ ແນກຂອງແຂວງຈໍານວນຫນຶ່ງ , ພິຈາລະນາ, ຮັບຮອງເອົາການເລືອກຕັ້ງຫົວຫນ້າ ອົງການໄອຍະການປະຊາຊົນແຂວງຜູ້ໃຫມ່ , ພິຈາລະນາ, ຮັບຮອງເອົາການເລືອກຕັ້ງປະທານສານປະຊາຊົນແຂວງຜູ້ໃຫມ່
ພ້ອມນີ້ກອງປະຊຸມສະໄຫມວິສາມັນສະພາປະຊາຊົນແຂວງເຊກອງຊຸດທີ I ເປັນເອກະພາບພິຈາລະນາຮັບຮອງເອົາທ່ານເຫຼັກໄຫຼສີວິໄລເປັນເຈົ້າແຂວງໆເຊກອງຢ່າງເປັນທາງການດ້ວຍຄະແນນສຽງຮ້ອຍສ່ວນຮ້ອຍແລະຮັບຮອງເອົາທ່ານຂັນຕີສີລະວົງສາແລະທ່ານຄໍາສອນກອນເຍີເປັນຮອງເຈົ້າແຂວງເຊກອງເຊັ່ນດຽວກັນ
ໃນຂະນະດຽວກັນກອງປະຊຸມໄດ້ຢັ້ງຢັ້ງຢືນວ່າບັນດາທີ່ໄດ້ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແຫນ່ງນໍາພາຂັ້ນສູງຂອງແຂວງລ້ວນຖືກ
ກອງປະຊຸມຍັງໄດ້ຮັບຟັງການກ່າວຮັບຫນ້າທີ່ແລະການໃຫ້ຄໍາຫມັ້ນສັນຍາຂອງທ່ານເຈົ້າແຂວງ, ຫົວຫນ້າອົງການໄອຍະການປະ ຊາຊົນແລະສານປະຊາຊົນແຂວງເຊິ່ງໄດ້ຕີລາຄາສູງແລະມີຄວາມເຊື່ອຫມັ້ນວ່າບັນດາການນໍາຂອງແຂວງທີ່ໄດ້ຮັບການແຕ່ງຕັ້ງຈາກສະພາປະຊາຊົນແຂວງຈະອຸທິດເຮື່ອແຮງ , ສະຕິປັນຍາ, ຄວາມຮູ້, ຄວາມສາມາດແລະຄວາມຮັບຜິດຊອບ ການເມືອງຂອງຕົນເຂົ້າໃນການປະຕິບັດຫນ້າທີ່ທີ່ສພຂກໍຄືປະຊາຊົນບັນດາເຜົ່າຊາວແຂວງເຊກອງມອບຫມາຍໃຫ້