ເອກະລັກເຜົ່າ ເສົາຫຼັກເມືອງ ດິນແດງເຮືອງ ກະເຟໝາກແໜ່ງ ແຫຼ່ງພະລັງງານນ້ຳຕົກ ດິນດຳດົກແຮ່ທາດ ມີຄ້ອງປະຮາດຕີວົງ ສົ່ງສຽງແຄນແດນວິລະຊົນ

ລະມາມ ມອບ-ຮັບໜ້າທີ່ເລຂາພັກເມືອງ-ເຈົ້າເມືອງລະມາມ ລະຫວ່າງຜູ້ເກົ່າ ແລະຜູ້ໃໝ່

                        

ລະມາມມອບ - ຮັບຫນ້າທີ່ເລຂາພັກເມືອງ - ເຈົ້າເມືອງລະມາມລະຫວ່າງຜູ້ເກົ່າແລະຜູ້ໃຫມ່
ພິທີມອບຮັບຫນ້າທີ່ເລຂາພັກເມືອງເຈົ້າລະມາມລະຫວ່າງທ່ານຂັນຕີສີລະວົງສາເລຂາພັກເມືອງ - ເຈົ້າເມືອງລະມາມ (ຜູ້ເກົ່າ) ແລະທ່ານວົງເດືອນຈັນທະບຸດຊຽງ ເລຂາພັກເມືອງ - ເຈົ້າເມືອງລະມາມ (ຜູ້ໃຫມ່) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນ ທີ 16 ກັນຍາ 2020 ທີ່ສະໂມສອນຫ້ອງວ່າການເມືອງ ດັ່ງກ່າວໂດຍພາຍໄຕ້ການເຂົ້າຮ່ວມເປັນປະທານຂອງທ່ານເຫຼັກໄຫຼສີວິໄລເລຂາພັກແຂວງ - ເຈົ້າແຂວງເຊກອງ, ມີບັນດາຄະນະປະຈໍາພັກ, ກໍາມະການພັກເມືອງ, ຫົວຫນ້າ, ຮອງຫ້ອງການພ້ອມຄະນະພັກ - ອໍານາດການປົກຄອງບານເຂົ້າຮ່ວມ
ກ່ອນການມອບຮັບຫນ້າທີ່, ທ່ານຂັນຕີສີລະວົງສາຄະນະປະປະຈໍາພັກແຂວງເລຂາພັກເມືອງ - ເຈົ້າເມືອງລະມາມ (ຜູ້ເກົ່າ) ໄດ້ຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກສິດແລະຫນ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງເຊິ່ງສາມາດຊີ້ນໍາໆພາພັດທະນາເສດຖະກິດສັງຄົມມີການຂະຫຍາຍຕົວຕໍ່ເນື່ອງດ້ວຍອັດຕາການເຕີບໂຕສະເລ່ຍກວ່າ 7 ສ່ວນຮ້ອຍຕໍ່ປີແລະພົ້ນເດັ່ນສາມາດຂຸດຄົ້ນລາຍຮັບເກີນແຜນໃນປີ 2019 ໄດ້ 4 ຕື້ 7 ຮ້ອຍ 34 ລ້ານກວ່າກີບແຜນຕັ້ງໄວ້ 4 ຕື້ 5 ຮ້ອຍ 35 ລ້ານກວ່າກີບທຽບໃສ່ແຜນການປີປະຕິບັດໄດ້ 104 ກວ່າສ່ວນຮ້ອຍຈາກນັ້ນສະຫາຍນເພັດດາວອນວາດສະຫງ່າຮອງຫົວຫນ້າຄະນະຈັດຕັ້ງແຂວງເຊກອງກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງສະບັບເລກທີ 1618 / ຄຈພຂແລະຂໍຕົກລົງຂອງເຈົ້າແຂວງເຊກອງລົງວັນທີ 15 ກັນຍາ 2020 ວ່າດ້ວຍຍົກຍ້ານທ່ານຂັນຕີສີລະວົງສາຄະນະປະຈໍາພັກແຂວງເລຂາພັກເມືອງ - ເຈົ້າເມືອງໆລະມາມໄປຮັບຫນ້າທີ່ໃຫມ່ຢູ່ຫ້ອງວ່າການແຂວງແລະແຕ່ງຕັ້ງທ່ານວົງເດືອນຈັນທະບຸດຊຽງເປັນເລຂາຄະນະບໍລິຫານງານພັກເມືອງ - ເຈົ້າເມືອງໆລະມາມ
ໂອກາດເຂົ້າຮ່ວມ, ທ່ານເຫຼັກໄຫຼສີວີໄລເລຂາ ພັກແຂວງຮັກສາການເຈົ້າແຂວງເຊກອງກໍ່ໄດ້ໂອ້ລົມພ້ອມເນັ້ນຫນັກຕໍ່ການນໍາເມືອງລະມາມຄົນໃຫມ່ສືບຕໍ່ປົກປັກຮັກສາຄວາມສາມັກຄີພາຍເປັນເອກະພາບພາຍໃນຄະນະພັກ , ຄະນະປະຈໍາພັກເມືອງໃຫ້ມີ ຄວາມຫນັກແຫນ້ນ , ສືບຕໍ່ເປັນຫຼັກແຫຼ່ງເປັນຄັນທຸງ ໃນການເຕົ້າໂຮມຄວາມສາມັກຄີຖັນແຖວພະນັກງານສະມາຊິກພັກແລະປະຊາຊົນບັນດາເຜົ່າພ້ອມກັນນັ້ນບັນດາສະຫາຍຕ້ອງໄດ້ພ້ອມກັນເຮັດສໍາເລັດຫນ້າທີ່ອັນສູງສົງສືບຕໍ່ນໍາພາປະຊາຊົນເມືອງລະມາມພ້ອມກັນພັດທະນາເມືອງລະມາມເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ໄດ້ຮັບການັບປຸງດີຂຶ້ນກວ່າເກົ່າພ້ອມທ່ານເລຂາພັກແຂວງຮັກສາການເຈົ້າແຂວງເຊກອງຍັງໄດ້ເນັ້ນໃຫ້ການນໍາເມືອງລະມາມທຸກສະຫາຍຈົ່ງພ້ອມກັນຮ່ວມແຮງຮ່ວມໃຈສຸ່ມທຸກກໍາລັງແລະສະຕິປັນຍາເຂົ້າໃນການນໍາພາຊີ້ນໍາພັດທະນາເສດຖະກິດ - ສັງຄົມຂອງເມືອງຂັບເຄື່ອນໄປຢ່າງຖຶກທິດແລະໃຫ້ຂະຫຍາຍຕົວຕາມແບບແຜນ 5 ປີທີ່ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງຄັ້ງທີ IX ກໍານົດໄວ້. 
ຂ່າວ: ດາວສະຫວັນ