ວັນທີ 11 ກັນຍາ 2020 ແຕ່ງຕັ້ງ ທ່ານ ເຫຼັກໄຫຼ ສີວິໄລ ຂຶ້ນເປັນຮັກສາການເຈົ້າແຂວງເຊກອງ
ພິທີມອບ - ຮັບຫນ້າທີ່ລະຫວ່າງທ່ານຄໍາເຜີຍບຸດດາວຽງເຈົ້າແຂວງເຊກອງ (ຜູ້ເກົ່າ) ແລະທ່ານເຫຼັກໄຫຼສີວິໄລຮັກສາການເຈົ້າແຂວງເຊກອງໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2020 ທີ່ຫ້ອງວ່າການແຂວງເຊກອງໂດຍເປັນກຽດເຂົ້າຮ່ວມຂອງທ່ານພັນຄໍາວິພາວັນກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງສປປລາວ, ມີຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍຄະນະປະຈໍາ - ກໍາມະການພັກແຂວງ, ຫົວຫນ້າ - ຮອງພະແນກແລະພະນັກງານນໍາພາຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ
ໂອກາດນີ້ທ່ານຄໍາເຜີຍບຸດດາວຽງກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບການນໍາພາ - ຊີ້ນໍາຂອງຄະນະບໍລິຫານງານພັກແຂວງໃນໄລຍະ 2 ສະໄຫມຜ່ານມາຄະນະພັກ - ອົງການປົກຄອງທຸກຂັ້ນໃນທົ່ວແຂວງໄດ້ສຸມທຸກກໍາລັງແຮງແລະສະຕິປັນຍາເພື່ອນໍາພາ - ຊີ້ນໍາແລະຈັດຕັ້ງປະຕິບັດຫນ້າທີ່ວຽກງານຢ່າງເຈົ້າການ, ບຸກທະລຸແລະຂຸດຄົ້ນນໍາໃຊ້ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ, ສ້າງເງື່ອນໄຂ, ດຶງດູດຍາດແຍ່ງການຊ່ວຍເຫຼືອແລະການລົງທຶນຈາກພາຍໃນແລະຕ່າງປະເທດເຂົ້າໃນການພັດທະນາແຂວງເຊກອງອັນເຮັດໃຫ້ແຂວງເຊກອງມີການພັດທະນາຢ່າງຕໍ່ເນື່ອງເປັນຕົ້ນ: ແມ່ນດ້ານເສດຖະກິດ, ວັດທະນະທໍາ - ສັງຄົມ, ການແກ້ໄຂຄວາມທຸກຍາກ, ການຄ້າ, ການລົງທຶນແລະການທ່ອງທ່ຽວ
ເຊກອງກໍເປັນແຂວງຫນຶ່ງທີ່ໄດ້ຮັບຜົນຈາກໄພພິບັດທາງທໍາມະຊາດ, ການລະບາດຂອງພະຍາດໂຄວິດ -19 ແລະພະຍາດຕາມລະດູການໂດຍສະເພາະແມ່ນພະຍາດໄຂ້ຍຸງລາຍອັນເປັນຜົນເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດມີຄວາມຫຍຸ້ງຍາກແລະບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້, ແຕ່ແນວໃດກໍຕາມຄະນະພັກ - ຄະນະນໍາຂອງແຂວງກໍໄດ້ສຸມທຸກກໍາລັງແຮງແລະທຸກຄວາມສາມາດຈົນນໍາພາປະຊາຊົນບັນດາເຜົ່າບຸກບືນ, ຜ່ານຜ່າສິ່ງທ້າທາຍຕ່າງໆແລະສາມາດສໍາເລັດການດໍາເນີນກອງປະຊຸມໃຫຍ່ຄັ້ງທີ X ຜູ້ແທນອົງຄະນະພັກແຂວງເຊກອງໃນລະຫວ່າງວັນທີ 28-29 ກໍລະກົດ 2020
ໂອກາດນີ້, ທ່ານພັນຄໍາວິພາວັນກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ X ຜູ້ແທນອົງຄະນະພັກແຂວງເຊກອງ, ຊົມເຊີຍຄະນະບໍລິຫານງານພັກແຂວງຊຸດໃຫມ່ແລະຊົມເຊີຍຕໍ່ສະຫາຍເລຂາພັກແຂວງ, ເຈົ້າແຂວງເຊກອງຜູ້ເກົ່າທີ່ສາມາດນໍາພາພະນັກງານ, ສະມາຊິກພັກແລະປະຊາຊົນບັນດາເຜົ່າໃນທົ່ວແຂວງເຮັດສໍາເລັດຫນ້າທີ່ການເມືອງ, ເຮັດໃຫ້ແຂວງເຊກອງໄດ້ຮັບການພັດທະນາເປັນກ້າວໆ, ພ້ອມນີ້ທ່ານຍັງຮຽກຮ້ອງໃຫ້ແຂວງເຊກອງເປັນເອກະພາບນໍາຂັ້ນເທິງ, ນໍາພາແນວຄິດພະນັກງານແຕ່ລະຂະແຫນງການແລະປະຊາຊົນໃນທົ່ວແຂວງເຂົ້າໃຈເຫດຜົນຂອງການປ່ຽນການນໍາ, ອັນໃດດີແລ້ວກໍໃຫ້ສືບຕໍ່ເສີມຂະຫຍາຍແລະອັນໃດຍັງເປັນຈຸດອ່ອນໃຫ້ພ້ອມກັນປ່ຽນແປງແກ້ໄຂເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຜູ້ແທນອົງຄະນະພັກແຂວງເຊກອງກໍຄືແຜນພັດທະນາເສດຖະກິດ - ສັງຄົມ 5 ປີຄັ້ງທີทรงเครื่อง (2021-2025) ບັນລຸຕາມຄາດຫມາຍແຜນການທີ່ວາງໄວ້