ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງຄັ້ງທີ X
ວັນທີ 2020/07/29 ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງເຊກອງ ອັດລົງດ້ວຍຜົນສຳເລັດ ສະຫາຍເຫຼັກໄຫຼ ສີວິໄລ ຖືກເລືອກຕັ້ງ ເປັນເລຂາຄະນະບໍລິຫານງານ ພັກແຂວງເຊກອງ ສະໄຫມທີ X ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງເຊກອງ ຄັ້ງທີ X ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ, ທັງຖືກຕ້ອງຕາມກົດລະບຽບ ຂອງ ພັກ ແລະ ເຕັມໄປດ້ວຍເນື້ອໃນ ຄວາມຫມາຍສໍາຄັນ, ພາຍຫຼັງດໍາເນີນມາເປັນເວລາ 2 ວັນເຕັມໂດຍມີສະຫາຍໄຊສົມ ພອນພົມວິຫານກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຜູ້ແທນສົມບູນເຂົ້າຮ່ວມ 155 ສະຫາຍ, ຍິງ 21 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ ສະມາຊິກພັກໃນທົ່ວແຂວງຈໍານວນ 9.182 ສະຫາຍ.
ກອງປະຊຸມໄດ້ພ້ອມກັນຄົ້ນຄ ້ວາ ປະກອບຄໍາເຫັນພິຈາລະນາ ຢ່າງເລິກເຊິ່ງແລະເປັນເອກະສັນກັນ ຮັບຮອງເອົາບົດລາຍງານການເມືອງ ພ້ອມກັນນັ້ນກອງປະຊຸມໄດ້ເປັນ ເອກະພາບຕໍ່ການຕີລາຄາດ້ານອອ່ນ ຂໍ້ຄົງຄ້າງ, ສາເຫດແລະບົດຮຽນຖອດຖອນໄດ້ ທີ່ໄດ້ຍົກໃນລາຍງານການເມືອງແລະແຜນພັດທະນາເສດຖະກິດ - ສັງຄົມ, ໄດ້ເປັນເອກະພາບຮັບຮອງເອົາ ບັນດາຄາດຫມາຍລວມ , ທິດທາງ, ຫນ້າທີ່ລວມແລະຄາດຫມາຍສູ້ຊົນ ໃນ 5 ປີແຕ່ນີ້ຮອດ 2025.
ພ້ອມກັນນັ້ນ, ບັນດາຜູ້ແທນສົມບູນກໍໄດ້ ໃຊ້ສິດປະຊາທິປະໄຕເພື່ອປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃຫມ່ໂດຍມີຜູ້ອອກຮັບສະຫມັກທັງຫມົດ 38 ສະຫາຍ, ຍິງ 7 ສະຫາຍ, ເລືອກໄດ້ 33 ສະຫາຍ, ຍິງ 5 ສະຫາຍ
ຜ່ານການດຳເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງເຊກອງຄັ້ງທີ X ໄດ້ເລືອກຕັ້ງເອົາຄະນະປະຈຳພັກແຂວງ 11 ສະຫາຍ, ຍິງ 2 ສະຫາຍ ໂດຍໄດ້ເຫັນດີເປັນເອກະພາບເລືອກເອົາສະຫາຍ ເຫຼັກໄຫຼ ສີວິໄລ ເປັນເລຂາຄະນະບໍລິຫານງານພັກແຂວງເຊກອງຄັ້ງທີ X, ສະຫາຍ ນາງ ຈັນຫອມ ມະຫາໄຊ, ສະຫາຍ ດົງເພັດ ພະຍົນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ ແລະໄດ້ເລືອກຕັ້ງເອົາສະຫາຍ ສົມນິດ ສີລິບຸນລ້ຽງ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ຫີນເພັດ ແກ້ວຫົງສາ, ສະຫາຍ ນາງ ແສງມະນີ ໄຊສົງຄາມ, ສະຫາຍ ອ່ອນມະນີວັນ ຈັນດາວົງ ເປັນຮອງປະທານຄະນະກວດກາພັກແຂວງ. ພ້ອມນັ້ນ, ກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ທີ່ຈະຈັດຂຶ້ນໃນຕໍ່ໜ້າຈໍານວນ 17 ສະຫາຍ, ຍິງ 4 ສະຫາຍ ແລະຜູ້ແທນສຳຮອງ 2 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມ ໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ ຄະນະບໍລິຫານງານພັກແຂວງຊຸດໃໝ່ ຫັນເອົາມະຕິກອງປະຊຸມໃຫຍ່ ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກໍາລະອຽດ ເພື່ອຈັດຕັ້ງການເຜີຍແຜ່ເຊື່ອມຊຶມ, ໂດຍເລີ່ມແຕ່ ຄະນະບໍລິຫານງານພັກແຂວງ ຈົນເຖິງບັນດາເມືອງ, ຂະແໜງການ ແລະຮາກຖານຕ່າງໆ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບກັນກັບແນວທາງ ນະໂຍບາຍທີ່ວາງອອກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງນີ້, ສືບຕໍ່ຂົນຂວາຍ, ຍາດແຍ່ງດຶງດູດການຊ່ວຍເຫຼືອ ແລະ ລົງທຶນຈາກທຸກພາກສ່ວນ ເຂົ້າໃນການພັດທະນາແຂວງເຊກອງ ໃຫ້ນັບມື້ນັບເພີ່ມຂຶ້ນ ຕິດພັນກັບການສ້າງເງື່ອນໄຂ ຄວາມສະດວກ ແລະ ນະໂຍບາຍຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າ ໂດຍສະເພາະພືດທີ່ເປັນທ່າແຮງຂອງແຂວງ ແລະຕະຫຼາດມີຄວາມຕ້ອງການ ເພື່ອແນໃສ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ນັບມື້ຫຼຸດລົງເປັນກ້າວໆ. ໃຫ້ຄະນະບໍລິຫານງານພັກແຂວງຊຸດໃຫມ່ ຮີບຮ້ອນແບ່ງວຽກ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດ, ຈະແຈ້ງຕິດພັນກັບການປັບປຸງ ລະບອບແບບແຜນວິທີເຮັດວຽກ, ການປະຕິບັດຫຼັກການລວມສູນປະຊາທິປະໄຕ ນໍາພາເປັນຫມູ່ຄະນະ ບຸກຄົນຮັບຜິດຊອບ ຢ່າງຈະແຈ້ງ, ແນໃສ່ຫັນປ່ຽນແນວຄິດ ຈິນຕະນາການໃຫມ່, ເປັນເຈົ້າການເຊີດຊູຈິດໃຈເອກະລາດເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ຕັ້ງຫນ້າປຸກລະດົມທຸກກໍາລັງແຮງ ຂອງທົ່ວປວງຊົນ ເຂົ້າຮ່ວມໃນການປົກປັກຮັກສາ ແລະ ພັດທະນາ ແຂວງເຊກອງ ໃຫ້ບັນລຸຜົນສໍາເລັດຕາມຄາດຫມາຍ ທີ່ວາງໄວ້